ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະຫາຍ ເລຂາທິການໃຫຍ່ ຊີ້ນຳສື່ມວນຊົນລາວ ເພີ່ມທະວີຄວາມສາມັກຄີ ແລະ ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ”, ກ່ອນອື່ນສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຝາກຄວາມສາມັກຄີຮັກແພງ ອັນສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ ມາຍັງຖັນແຖວຜູ້ປະຕິບັດໜ້າທີ່ວຽກງານສື່ມວນຊົນທຸກຖ້ວນໜ້າໃນທົ່ວປະເທດ, ສະຫາຍໄດ້ຍົກໃຫ້ເຫັນປະຫວັດສາດຄວາມເປັນມາ 76 ປີ ຂອງສື່ມວນຊົນລາວ (ນັບແຕ່ວັນທີ 13 ສິງຫາ 1950) ໂດຍເນັ້ນໜັກວ່າ ເຖິງວ່າຄັ້ງນີ້ຈະເປັນກອງປະຊຸມທົ່ວປະເທດຄັ້ງທຳອິດ ແຕ່ໃນຄວາມເປັນຈິງ ວຽກງານສື່ມວນຊົນແມ່ນໄດ້ຮັບການຊີ້ນຳໃກ້ຊິດຕິດແທດ ແລະ ບໍ່ເຄີຍຖືກປ່ອຍປະຈານພັກ-ລັດ ຕະຫຼອດທຸກຍຸກສະໄໝ. ການລິເລີ່ມຈັດກອງປະຊຸມຄັ້ງນີ້ ຖືວ່າຈຳເປັນ ແລະ ຖືກຈຸດຖືກເວລາທີ່ສຸດ ເພື່ອຍົກສູງບົດບາດຂອງສື່ມວນຊົນໃຫ້ທັນກັບສະພາບການໃໝ່ ແລະ ເຕັກໂນໂລຊີການສື່ສານທີ່ພັດທະນາຢ່າງວ່ອງໄວ.

ສະຫາຍ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີ ຂອງນັກຮົບສື່ມວນຊົນປະຕິວັດໃນໄລຍະຕໍ່ສູ້ກູ້ຊາດ ທີ່ໄດ້ຖືເອົາ “ປາຍປາກກາເປັນອາວຸດທີ່ແຫຼມຄົມ” ປຸກລະດົມຈິດໃຈຮັກຊາດ ໂດຍມີຫຼາຍສະຫາຍໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດຢູ່ໃນສະໜາມຮົບ. ດັ່ງນັ້ນ, ສື່ມວນຊົນລາວໃນຍຸກໃໝ່ ຕ້ອງບໍ່ຫຼົງລື່ມຄຸນງາມຄວາມດີດັ່ງກ່າວ ແລະ ຕ້ອງເດັດດ່ຽວຕໍ່ສູ້ຕ້ານກັບກຸ່ມຄົນທີ່ສວຍໃຊ້ສື່ທີ່ລ້ຳສະໄໝມາສ້າງຂ່າວລວງ, ຂ່າວປອມ, ຂ່າວອະກຸສົນ ເພື່ອບິດເບືອນ ແລະ ທຳລາຍຄວາມດີງາມຂອງຊາດ.

ສະຫາຍປະທານປະເທດ ກ່າວຕື່ມວ່າ: ໃນຍຸກ 4.0, ດີຈິຕອນ ແລະ ປັນຍາປະດິດ (AI), ຂໍ້ມູນຂ່າວສານປຽບເໝືອນ “ອາຫານລ້ຽງຈິດໃຈ ແລະ ສະໝອງ” ຂອງຄົນໃນສັງຄົມ ເຊິ່ງແບ່ງເປັນ ອາຫານດີມີຄຸນຄ່າ (ຂ່າວທີ່ມີປະໂຫຍດ ແລະ ປອດໄພ) ແລະ ອາຫານເປັນພິດ (ຂ່າວລວງ, ຂ່າວບິດເບືອນ ທີ່ເປັນອັນຕະລາຍຕໍ່ສັງຄົມ ແລະ ຄວາມໝັ້ນຄົງ), ຜູ້ເປັນສື່ມວນຊົນຕ້ອງມີສະຕິໜັກແໜ້ນ ທັງໃນນາມ “ຜູ້ຮັບ” ທີ່ຕ້ອງຄົ້ນຄວ້າວິໄຈຂໍ້ມູນ ແລະ “ຜູ້ໃຫ້” ທີ່ສະໜອງຄວາມຈິງ, ໃຫ້ການສຶກສາອົບຮົມ ແລະ ສ້າງຄວາມສະດຸ້ງໄວໃຫ້ແກ່ສັງຄົມ.

ເພື່ອສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ສະຫາຍເລຂາທິການໃຫຍ່ ໄດ້ວາງທິດຊີ້ນຳຈຸດສຸມ 5 ດ້ານ ດັ່ງນີ້:1. ເພີ່ມທະວີຄວາມສາມັກຄີກົມກຽວ: ສື່ມວນຊົນທຸກປະເພດຂອງລາວ ຕ້ອງຮຽນຮູ້ເຊິ່ງກັນ ແລະ ກັນ, ກຳແໜ້ນສະພາບການຜັນແປ ແລະ ໄຈ້ແຍກໃຫ້ໄດ້ລະຫວ່າງການຕຳນິຕິຊົມທີ່ສ້າງສັນ ກັບການໃສ່ຮ້າຍປ້າຍສີທີ່ຂາດຈັນຍາບັນ; 2. ຮັກສາມູນເຊື້ອວັດທະນະທຳອັນດີງາມ: ຕ້ອງມີສະຕິປະຈຳໃຈສະເໝີວ່າຕົນເອງເປັນຄົນລາວ ທີ່ມີຄວາມອ່ອນນ້ອມຖ່ອມຕົວ, ໂອບເອື້ອອາລີ ແລະ ນຸ້ມນວນສຸຂຸມ, ຫຼີກລ່ຽງການໃຊ້ອາລົມຄວາມເວົ້າຫຍາບຄາຍ ຫຼື ເຫັນແກ່ຕົວ; 3. ກຽມພ້ອມຕໍ່ສູ້ເພື່ອສັດຈະທຳ: ຕ້ອງໝັ້ນໃຈວ່າຄວາມຈິງຍາມໃດກໍຢູ່ເໜືອການບິດເບືອນ ແລະ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ເພື່ອຄວາມເປັນທຳ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ; 4. ການສະໜັບສະໜູນຈາກພັກ-ລັດ: ສະເໜີໃຫ້ທຸກການຈັດຕັ້ງຂອງພັກ-ລັດ ທີ່ກ່ຽວຂ້ອງ ຕັ້ງໜ້າຕິດຕາມຊ່ວຍເຫຼືອ, ສະໜັບສະໜູນ ແລະ ໃຫ້ຄຳແນະນຳທີ່ສ້າງສັນ ເພື່ອສ້າງກຳລັງໃຈໃຫ້ສື່ມວນຊົນ; 5. ການປັບປຸງຍົກລະດັບຕົນເອງ: ຕົວຜູ້ເຮັດວຽກສື່ມວນຊົນເອງ ຕ້ອງໝັ່ນປັບປຸງ ແລະ ຮຽນຮູ້ຕະຫຼອດເວລາ ເພື່ອນຳໃຊ້ກາລະໂອກາດໃຫ້ທັນກັບສະພາບການ.

ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສື່ມວນຊົນ ແລະ ປວງຊົນລາວທຸກຖ້ວນໜ້າ ຈະຮ່ວມແຮງຮ່ວມໃຈກັນສະໜັບສະໜູນຊ່ວຍເຫຼືອສື່ມວນຊົນລາວ ໃຫ້ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນ ສົມກັບຄວາມໄວ້ວາງໃຈຂອງສັງຄົມ ພ້ອມທັງອວຍພອນໃຫ້ນັກສື່ມວນຊົນທຸກສະຫາຍຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າເກົ່າ.