ພິທີປິດຝຶກອົບຮົມ ວຽກງານສື່ມວນຊົນໄລຍະສັ້ນ ທົ່ວກອງທັບ ຄັ້ງທີ I
ພິທີປິດຊຸດອົບຮົມ ວຽກງານສື່ມວນຊົນໄລຍະສັ້ນ ທົ່ວກອງທັບ ຄັ້ງທີ I ຈັດຂຶ້ນໃນວັນທີ 9 ສິງຫາ 2024, ຢູ່ໂຮງຮຽນທິດສະດີການເມືອງທັບ ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະອຳນວຍການ, ພະນັກງານຄູອາຈານ, ນັກຝຶກອົບຮົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນເອກ ທິມສາວ ດວງຈໍາປາ ຮອງຫົວຫນ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃຫ້ຮູ້ວ່າ: ຜ່ານການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດ ແຜນການອົບຮົມຕົວຈິງເຫັນວ່າ: ນັກຝຶກອົບຮົມມີຄວາມຮັບຮູ້, ເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຕໍ່ບັນຫາທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ຕື່ນຕົວຫ້າວຫັນປະຕິບັດມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ເວົ້າລວມ, ເວົ້າສະເພາະການປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງ ຕໍ່ການຄົ້ນຄວ້າຮໍ່າຮຽນ, ຮັບຟັງການເຜີຍແຜ່ບັນລະຍາຍເອກະສານ, ອະທິບາຍໄຈ້ແຍກປະກອບຄໍາເຫັນ ແລະ ອື່ນໆ ໃນນີ້ມີນັກຝຶກອົບຮົມທັງໝົດ 116 ສະຫາຍ, ບົດຮຽນທີ່ນຳມາອົບຮົມມີ 17 ບົດ ລວມ 119 ຊົ່ວໂມງ, ຜ່ານການຝຶກອົບຮົມເປັນເວລາ 30 ວັນສາມາດປະເມີນຜົນໄດ້ຮັບຕົວຈິງບັນລຸຕາມຄາດໝາຍ 100%. ຈາກນັ້ນໃນພິທີ ໄດ້ມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມຢ່າງສົມກຽດ ໂດຍການຂຶ້ນມອບຂອງສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ.
ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄຳຄິດເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ, ຄູອາຈານ ແລະ ນັກສຳມະນາກອນ ທີ່ໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງ ແລະ ເຮັດໃຫ້ບັ້ນອົບຮົມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງຮຽກຮ້ອງໃຫ້ນັກຝຶກອົບຮົມນຳເອົາເນື້ອໃນທິດສະດີຫຼັກການ ແລະ ວິທີການຕ່າງໆທີ່ໄດ້ຄົ້ນຄວ້າຮໍ່າຮຽນໃນຄັ້ງນີ້ ໄປຄົ້ນຄວ້າເຊື່ອມຊຶມໃຫ້ເລິກເຊິ່ງ, ຮັບປະກັນ ແລະ ວິທີການເຄື່ອນໄຫວດ້ານເນື້ອໃນ, ຮູບການ ຢູ່ບັນດາກົມກອງ-ທ້ອງຖິ່ນ ໃຫ້ດີຂຶ້ນກວ່າເກົ່າ, ມີຄວາມຕື່ນຕົວຫ້າວຫັນ, ເປັນເຈົ້າການເສີມຂະຫຍາຍຫົວຄິດປະດິດສ້າງ ກ້າຄິດ, ກ້າທຳ ເພື່ອເຮັດໃຫ້ວຽກງານສື່ມວນຊົນໃນກອງທັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ຂຽນໂດຍ:ລິຕ່າ