ໝົດບັນຫາ ກິ່ນເໝັນອັບ ຜ້າປູບ່ອນນອນ ແລະ ໝອນໜູນ! 🛏️✨

ໝົດບັນຫາ ກິ່ນເໝັນອັບ ຜ້າປູບ່ອນນອນ ແລະ ໝອນໜູນ! 🛏️✨
#Life | ນອນບໍ່ຫຼັບ ຍ້ອນກິ່ນອັບລົບກວນຢູ່ບໍ? ຜ້າປູບ່ອນນອນ ແລະ ໝອນໜູນ ທີ່ໃຊ້ເປັນປະຈຳ ເປັນບ່ອນຮວບຮວມເຫື່ອໄຄ, ຄາບນ້ຳລາຍ, ແລະ ແບັກທີເຣຍ ໂດຍທີ່ທ່ານບໍ່ຮູ້ໂຕ! ຄືນຄວາມຫອມສະອາດ ສົດຊື່ນ ຄືໄດ້ຂອງໃຫມ່ ດ້ວຍ 4 ວິທີງ່າຍໆນີ້:
⏺️ຊັກດ້ວຍນ້ຳອຸ່ນ + ນ້ຳສົ້ມສາຍຊູ: ວິທີນີ້ຊ່ວຍຂ້າແບັກທີເຣຍ ແລະ ສະລາຍກິ່ນອັບທີ່ຝັງເລິກໄດ້ດີກວ່າການຊັກປົກກະຕິ.
⏺️ໂຮຍ ເບກກິ້ງໂຊດາ (Baking Soda): ສໍາລັບໝອນໜູນທີ່ຊັກຍາກ ໃຫ້ໂຣຍເບກກິ້ງໂຊດາຖົ່ວເທິງໜ້າໝອນ ຖິ້ມໄວ້ 30 ມານາທີ ແລ້ວດູດຝຸ່ນອອກ ມັນຈະຊ່ວຍດູດກິ່ນອັບ ແລະ ຄວາມຊື້ນໄດ້ຢ່າງດີຍ່ຽມ.
⏺️ຕາກແດດຈັດ ຢ່າງນ້ອຍ 4 ຊົ່ວໂມງ: ແສງຢູວີ (UV) ຈາກແດດ ຄືນ້ຳຍາຂ້າເຊື້ອຈາກທຳມະຊາດ ທີ່ຈະຊ່ວຍກຳຈັດເຊື້ອຣາ ແລະ ກິ່ນອັບໃຫ້ເໝືອດໄປ.
⏺️ເພີ່ມຄວາມຫອມ ດ້ວຍນ້ຳມັນຫອມລະເຫີຍ: ຢົດນ້ຳມັນຫອມລະເຫີຍກິ່ນ ລາເວນເດີ (Lavender) ໃສ່ຜ້າປູກ່ອນເກັບ ເພື່ອຊ່ວຍໃຫ້ຜ່ອນຄາຍ ແລະ ຫຼັບສະບາຍຍິ່ງຂຶ້ນ 🌿