ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day July 16, 2025

ຍົກລະດັບຄວາມຮູ້, ຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນ ເພື່ອເຊີດຊູບົດບາດການນໍາພາຂອງພັກໃຫ້ສູງເດັ່ນຂຶ້ນເລື້ອຍໆ

ໃນໂອກາດເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງ ໃນການກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ: ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງໃນຄັ້ງນີ້, ເຊິ່ງເປັນການປັບປຸ່ງປົວແປງພາຍໃນພັກ ໂດຍສະເພາະແມ່ນປັບປຸງປົວແປງຄະນະພັກແຕ່ລະຂັ້ນໃຫ້ແກ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເພື່ອແນ່ໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃນການນຳພາ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນກໍຄື ສະມາຊິກພັກທຸກສະຫາຍ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ທັງເປັນການກວດກາຄືນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບໜ້າທີ່ການເມືອງ, ແບບແຜນນຳພາ-ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ແລະ ການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຕະຫຼອດໄລຍະຊຸມປີຜ່ານມາ ເພື່ອແນ່ໃສ່ສົ່ງເສີມຜົນງານດ້ານດີ ແລະ ປັບປຸງແກ້ໄຂ້ຈຸດຄົງຄ້າງ ພ້ອມທັງຊອກວິທີແກ້ໄຂໃນຕໍ່ໜ້າ. ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ບົດບາດຄວາມສາມາດນຳພາ-ບັນຊາຂອງຄະນະພັກແຕ່ລະຂັ້ນດີຂຶ້ນ ແລະ…

ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ວັນທີ 15 ກໍລະກົດ 2025, ກະຊວງປ້ອງກັນປະເທດ ໄດ້ສຳເລັດກອງປະຊຸມດໍາເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍຫຼັງດຳເນີນເປັນເວລາ 2 ວັນ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການສູນກາງພັກ, ບັນດາສະຫາຍຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ ຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ຄະນະພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ. ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງ ຕະຫຼອດໄລຍະເວລາ 2 ວັນ, ເຫັນໄດ້ວ່າ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ,…

ສື່ມວນຊົນກອງທັບປະຊາຊົນລາວ ໄດ້ຮັບການຍົກລະດັບຄວາມຮູ້ດ້ານວິຊາສະເພາະ

ນັກຝຶກອົບຮົມວິທະຍຸກະຈາຍສຽງ, ໂທລະພາບກອງທັບປະຊາຊົນລາວ ຈຳນວນ 20 ສະຫາຍ ໄດ້ຮັບການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະສື່ມວນຊົນ ວິທະຍຸກະຈາຍສຽງ, ໂທລະພາບ ຢູ່ສສ ຫວຽດນາມ. ພິທີເປີດຊຸດອົບຮົມວຽກງານວິທະຍຸກະຈາຍສຽງ,ໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2025 ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2025 ທີ່ສູນ 871 ກອງທັບປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໂດຍມີ ສະຫາຍ ພັນເອກ ພິເສດ ຟາມວັນຕູ ຫົວໜ້າອໍານວຍການສູນວິທະຍຸ, ໂທລະພາບກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ວູ້ດຶກເກືອງ ຮອງຫົວໜ້າກອງ 871 ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນໂທ ນາງ…

ສະເເດງສິລະປະວັນນະຄະດີ ຊົມເຊີຍກອງປະຊຸມດຳເນີນຊີວິດການເມືອງທົ່ວກອງທັບ ເເລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ການສະເເດງສິລະປະວັນນະຄະດີ ຊົມເຊີຍກອງປະຊຸມດຳເນີນຊີວິດການເມືອງທົ່ວກອງທັບ ເເລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນຕອນເເລງຂອງວັນທີ 14 ກໍລະກົດ 2025, ຢູ່ທີ່ໂຮງລະຄອນສິລະປະກອນກອງທັບ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ກຳມະການສູນກາງພັກ, ບັນດາສະຫາຍຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາສະຫາຍເລຂາ, ຮອງເລຂາ ຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ຄະນະພັກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບ ຕະຫຼອດຮອດພະນັກງານ-ນັກຮົບກົມກອງອ້ອມຂ້າງເຂົ້າຮ່ວມ. ຈຸດປະສົງການສະແດງສິລະປະໃນຄັ້ງນີ້ ກໍເພື່ອເປັນການສ້າງບັນຍາກາດຕາມແຜນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5757/ກປທ,…