ຖືເປັນສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງພະລາທິການກັບທີ່.
ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບ ປະຕິວັດມີລະບຽບແຜນທັນສະໄໜ, ບໍ່ວ່າກົມກອງກຳລັງຫຼວງ – ກຳລັງທ້ອງຖີ່ນ ໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ, ໃນນີ້ ເວົ້າສະເພາະ ສູນຝຶກກອງພົນທີ 5 ກໍ່ແມ່ນກົມກອງໜຶ່ງທີ່ມີໜ້າທີ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ທັງເປັນບ່ອນຝຶກຝົນຫຼໍ່ຫຼອມ ພະນັກງານ-ນັກຮົບຮຸ່ນສືບທອດໃຫ້ແກ່ກອງທັບ.
ສະຫາຍ ພັນໂທ ໜອນຄຳ ພີມມະສອນ ຮອງຫົວໜ້າ ການເມືອງສູນຝຶກ ກອງພົນທີ 5 ໃຫ້ຮູ້ວ່າ: ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ໃຫ້ທັນກັບສະພາບການ ໃນໄລຍະໃໝ່ ກໍ່ຄື:ໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສ້າງໃຫ້ກຳລັງປະກອບອາວຸດ ກາຍເປັນກອງທັບ ປະຕິວັດມີແບບແຜນທັນສະໄໜ. ໃນນີ້ສູນຝຶກພວກເຮົາ ກໍ່ໄດ້ເອົາໃຈໃສ່ ປະຕິບັດທຸກ ມະຕິຄຳສັ່ງ ຂອງຂັ້ນເທີງຢ່າງເຂັ້ມງວດ ໂດຍຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ, ມະຕິຂອງກອງປະຊຸມໃຫ່ຍຄັ້ງ VI ຂອງອົງຄະນະພັກກອງພົນທີ 5 ຕິດພັນກັບການ ປະຕິບັດມະຕິຂອງກອງປະຊຸມໃຫ່ຍຂັ້ນຂອງຕົນວາງອອກ ໃຫ້ກາຍເປັນຮູບປະທຳຕົວຈິງ, ໄປພ້ອມໆກັບການກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ໂດຍຖືເອົາການສຶກສາອົບຮົມ ການເມືອງແນວຄິດເປັນກົກ ສ້າງໃຫ້ເຂົາເຈົ້າ ມີຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ ປະກອບສວ່ນຢ່າງຕັ້ງໜ້າ ເຂົ້າໃນຂະບວນການດ້ານຕ່າງໆຂອງກົມກອງ ເຮັດໃຫ້ຂະບວນການພາຍໃນສູນຝຶກ ມີບັນຍາກາດຟົດຟື້ນ ຕິດພັນກັບຂະບວນການ ດັ່ງກ່າວ ຍັງໄດ້ຊຸກຍູ້ຊີ້ນຳ ຜູ້ຮັບຜິດຊອບວຽກງານພະລາທິການ ສຸມໃສ່ວຽກງານການສ້າງເສດຖະກິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ສ້າງລາຍຮັບເຂົ້າໃນການພັດທະນາກົມກອງໃຫ້ມີໂສມໜ້າໃໝ່.
ສະຫາຍ ພັນໂທ ໂກະ ໂພທິສານ ຫົວໜ້າພະລາທິການສູນຝຶກ ກອງພົນທີ 5 ໃຫ້ຮູ້ຕື່ມວ່າ: ວຽກງານ ສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ໄດ້ເຊີດຊູຈິດໃຈທີ່ວ່າ: ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນນີ້ການປູກ ໄດ້ເລັ່ງໃສ່ການປູກມັນຕົ້ນ ໃນເນື້ອທີ່ 4,5 ເຮັກຕາ ເກັບກູ້ໄດ້ ຈຳນວນ 22.066 ກິໂລ ເປັນເງິນ 25.400.000 ກີບ, ປູກພືດຜັກຊະນິດຕ່າງໆ ເກັບກູ້ໄດ້ 28.200 ກິໂລ, ລ້ຽງໝູ ຈຳນວນ 4 ໂຕ ໄລ່ເປັນເງິນ 5.630.000 ກີບ, ແບ້ 5 ໂຕ ເປັນເງິນ 4.325.000 ກີບ, ລ້ຽງສັດປີກ ( ເປັດ,ໄກ່) ຈຳນວນ 180 ກວ່າໂຕ ເປັນເງີນ 11.500.000 ກີບ, ນອກນັ້ນຍັງໄດ້ຊອກແຫຼ່ງລາຍຮັບຈາກການບໍລິການອື່ນໆ ເປັນເງິນ 87.960.000 ກີບ. ສັງລວມໃນປີຜ່ານມາ ແລ້ວກົມກອງສາມາດສ້າງລາຍຮັບໄດ້ຈາກແຫຼ່ງຕ່າງໆ ທັງໝົດ 134.815.000 ກີບ, ແຫຼ່ງລາຍຮັບຈຳນວນດັ່ງກ່າວ ຕົ້ນຕໍແມ່ນໄດ້ໝູນໃຊ້ເຂົ້າໃນການ ປັບປຸງກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງ ໃຫ້ເປັນລະບົບລະບຽບ ແໜ້ນໜາຖາວອນ ເປັນກອງວັດທະນະທຳ ຕາມທິດນຳຂອງຂັ້ນເທິງ, ເຊັ່ນ: ກໍ່ສ້າງເຮືອນພັກປ້ອງກັນ1 ຫຼັງ, ກໍ່ສ້າງກຳລັງດ້ານໜ້າປະຕູໂຂງ, ເຮັດປ້າຍໂຄສະນາຄຳຂວັນປຸກລະດົມພາຍໃນກົມກອງ 12 ປ້າຍ, ເທເປຕົງທາງເຂົ້າປະຕູໂຂງ ແລະ ເທເປຕົງຕໍ່ໜ້າຫ້ອງການ, ເຮັດໂຕະ, ຕັ່ງເຂົ້າໃສ່ສະໂມສອນ ຫ້ອງຮຽນ ແລະ ກໍ່ໜານດອກໄມ້ທາງເຂົ້າປະຕູໂຂງໃຫຍ່ ແລະ ອື່ນໆ, ຕໍ່ຜົນງານດັ່ງກ່າວ ກົມກອງ ຈິ່ງສາມາດຮັບຮອງເປັນກອງວັດທະນະທຳ 3 ສະໄໝ ຕິດຕໍ່ກັນ.
ບົດ: ແສງອາທິດ ສີດາໄລ
ພາບ: ບຸນລົມ ສີພັນດົງ