ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950 – 13 ສິງຫາ 2024), ໃນວັນທີ 9 ສິງຫາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າສື່ມວນຊົນວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ 74 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຊຶ່ງໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ, ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດຂອງຊາດ ກໍຄືໄລຍະ 49 ປີຜ່ານມາ ໃນພາລະກິດປົກປັກຮັກ ແລະ ສ້າງສາປະເທດຊາດ. ພັກ-ລັດຖະບານຍາມໃດກໍຖືເອົາວຽກງານໂຄສະນາ ສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ. ສື່ມວນຊົນ ແລະ ກາມພິມຈຳໜ່າຍໄດ້ກາຍເປັນອາວຸດອັນແຫຼມຄົມຂອງພັກ, ເປັນປາກກະບອກສຽງໃຫ້ ພັກ-ລັດ ແລະ ປະຊາຊົນ, ເປັນເວທີສົ່ງເສີມລະບອບປະຊາທິປະໄຕປະຊາຊົນ, ທັງຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ນໍາພາຫາງສຽງສັງຄົມ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ອິດທິກໍາລັງປໍລະປັກຢ່າງເລິກເຊິ່ງ, ທັນການ ແລະ ວຽກງານສື່ມວນຊົນ, ການພິມຈໍາໜ່າຍໄດ້ພັດທະນາທາງດ້ານປະລິມານ ແລະ ຄຸນນະພາບຢ່າງເປັນລະບົບຕໍ່ເນື່ອງ.

ສຳລັບຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານຂົງເຂດສື່ມວນຊົນປະຈໍາປີ 2023-2024 ອັນພົ້ນເດັ່ນໄດ້ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນໄລຍະທ້າຍສະໄໝ ໂດຍສະເພາະການໂຄສະນາຊຸກຍູ້ການຈັດຕັ້ງປະຕິບັດມະຕິຂອງພັກໃນແຕ່ລະໄລຍະ ເປັນຕົ້ນມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ໄດ້ໂຄສະນາການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເປັນຕົ້ນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ການສົ່ງເສີມການຊົມໃຊ້ສິນຄ້າຂອງຕົນ, ຫຼຸດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລະ ອື່ນໆ; ໂຄສະນາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ; ເປັນເຈົ້າການ, ຕື່ນຕົວໂຄສະນາຕອບໂຕ້, ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສາມາດຊຸກຍູ້ການຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ທ້ອງຖິ່ນທົ່ວປະເທດ ມາຮອດປີ 2024 ຕິດຕັ້ງໂທລະໂຄ່ງໄດ້ທັງໝົດ 6.000 ກວ່າຊຸດໃນທົ່ວປະເທດ ແລະ ລົງທະບຽນ ໜ້າຂ່າວອອນລາຍໄດ້ທັງໝົດ 170 ກວ່າໜ້າຂ່າວ. ນອກຈາກນີ້, ຍັງໄດ້ຝຶກອົບຮົມບຸກຄະລາກອນສື່ມວນຊົນ ກໍຄືຄະນະບັນນາທິການ, ນັກຂ່າວທັງຮູບແບບອອນລາຍ, ຮູບແບບເຊິ່ງໜ້າຢ່າງຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຂົງເຂດການພິມຈໍາໜ່າຍໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ມາຮອດປັດຈຸບັນມີ 44 ໂຮງພິມ ແລະ 15 ສຳນັກພິມ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ຫັນເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນອັນລະອຽດເຂົ້າສູ່ວຽກງານຕົວຈິງຂອງສື່ມວນຊົນ ແລະ ພິມຈຳໜ່າຍເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ ເພື່ອຮັບໃຊ້ໃຫ້ແກ່ວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະແມ່ນການຜັນຂະຫຍາຍເນື້ອໃນຈິດໃຈ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ສືບຕໍ່ເປັນເຈົ້າການປັບປຸງພັດທະນາດ້ານເນື້ອໃນ ແລະ ຮູບການໂຄສະນາໃຫ້ດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມບົນພື້ນຖານຂໍ້ມູນຕົວຈິງ ແລະ ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ກໍຄືບໍ່ໃຫ້ຜິດພາດ, ຜິດເຂວອອກຈາກແນວທາງການເມືອງ; ສືບຕໍ່ປັບປຸງພື້ນຖານໂຄງລ່າງ, ວັດຖຸເຕັກ ນິກທີ່ມີຢູ່ໃຫ້ສາມາດໃຊ້ການໄດ້ປົກກະຕິ ແລະ ສືບຕໍ່ຍາດແຍ່ງການຊ່ວຍເຫຼືອຈາກປະເທດເພື່ອນມິດສາກົນຕື່ມອີກ;ສືບຕໍ່ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກໃນຂົງເຂດສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງໃນຂົງເຂດນີ້ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ສືບຕໍ່ເອົາໃຈໃສ່ການສ້າງຄວາມເຂັ້ມແຂງ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວຕາມເງື່ອນ ໄຂຕົວຈິງ ໂດຍຊຸກຍູ້ໃຫ້ມີການປັບປຸງ, ກົນໄກ, ຂັ້ນຕອນ, ວິທີການ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງເພື່ອ ອໍານວຍຄວາມສະດວກໃຫ້ອົງການສື່ມວນຊົນ, ອົງການພິມຈໍາໜ່າຍ ແລະ ອົງການລັດວິຊາການ ປະຕິບັດໜ້າທີ່ຮັບໃຊ້ໜ້າທີ່ການເມືອງໃຫ້ທ່ວງທັນກັບວຽກງານ ແລະ ສອດຄ່ອງກັບສະພາບຕົວຈິງ; ເພີ່ມທະວີສຸມໃສ່ໂຄສະນາປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຄ່ານິຍົມທີ່ຮັກຊາດ, ຮັກລະບອບໃໝ່ຊົມໃຊ້ຜະລິດຕະພັນລາວ, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ພ້ອມທັງໂຄສະນາການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕິດພັນກັບການສົ່ງເສີມ ແລະ ການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວປະເທດລາວເຮົາໃຫ້ນັບມື້ເພີ່ມຂຶ້ນ.

ໂດຍ: ຄຳອ້າຍ ທອງວັນ