ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະຫາຍ ໂຕເລີມ ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.

ວັນທີ 3 ສິງຫາ ນີ້, ຢູ່ນະຄອນ ຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ໄດ້ຈັດກອງປະຊຸມ ເພື່ອສະເໜີ ແລະ ແຕ່ງຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຊຸດທີ XIII, ສະຫາຍ ຟ້າມມິງຈິງ ກໍາມະການກົມການເມືອງ ນາຍົກລັດຖະມົນຕີ ສສ ຫວຽດນາມ ຕາງໜ້າກົມການເມືອງ ເປັນຜູ້ນໍາພາດໍາເນີນກອງປະຊຸມ.

ໃນກອງປະຊຸມ, ເຫັນດີເປັນເອກະພາບ ສະເໜີແຕ່ງຕັ້ງ ສະຫາຍ ໂຕເລີມ ກຳມະ ການກົມການເມືອງ ປະທານປະເທດ ຫວຽດນາມ ໃຫ້ດໍາລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.

ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ສະຫາຍ ໂຕເລີມ ໄດ້ປະກອບຄໍາເຫັນຢັ້ງຢືນ ສືບຕໍ່ ແລະ ເສີມຂະຫຍາຍ ບັນດາຜົນງານການປະຕິວັດ ຊຶ່ງແມ່ນ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູ ນິດຫວຽດນາມ ແລະ ບັນດາການນໍາຮຸ້ນຜ່ານມາ ສ້າງໄວ້, ພະຍາຍາມປົກປັກຮັກສາຄວາມສາ ມັກຄີ, ເອກະພາບ ແລະ ພ້ອມກັບບັນດາຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ຕັດສິນໃຈສູງ ໃນການນຳພາ-ຊີ້ນໍາ ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ປະຕິບັດໄຊຊະນະບັນດາເປົ້າໝາຍ, ໜ້າທີ່ ຊຶ່ງກອງປະຊຸມໃຫຍ່ ພັກກອມມູນິດ ຫວຽດນາມທົ່ວປະເທດ ຄັ້ງທີ XIII ໄດ້ວາງອອກ, ຈັດຕັ້ງສໍາເລັດ ກອງປະຊຸມໃຫຍ່ຄັ້ງທີ XIV, ນໍາປະເທດຫວຽດນາມ ພັດທະນາຢ່າງໜັກແໜ້ນເທື່ອລະກ້າວໃນໄລຍະໄໝ່.

ພາບ: ວິທະຍຸກະຈາຍສຽງຫວຽດນາມ