ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ ແລະ ການຮ່ວມມືດ້ານທະຫານຈີນ ແລະ ລາວ ໃຫ້ໝັ້ນຄົງຍາວນານ.
ວັນທີ 1 ສິງຫາປີ 1927, ການນໍາພັກກອມມູນິດຈີນໄດ້ປະຕິບັດການລຸກຮື້ ຂຶ້ນນານຊາງ, ເປັນຂີດໝາຍແຫ່ງການກຳເນີດຂອງກອງທັບປະຊາຊົນໃນຮູບແບບໃໝ່ ເຊິ່ງນໍາພາໂດຍພັກ ກອມມູນິດຈີນຢ່າງເປັນເອະລາດ. ນັບແຕ່ນັ້ນເປັນຕົ້ນມາ, “ວັນທີ 1 ສິງຫາ” ຈິ່ງເປັນວັນທີ່ມີຄວາມສໍາຄັນຂອງກອງທັບປົດປ່ອຍປະຊາຊົນຈີນ.
ຕະຫຼອດໄລຍະ 97 ປີທີ່ຜ່ານມາ, ກອງທັບປົດປ່ອຍປະຊາຊົນຈີນທີ່ໄດ້ປະຕິບັດ ຕາມຄໍາສັ່ງຂອງພັກຢ່າງເດັດດ່ຽວ ແລະ ສືບຕໍ່ກໍ່ສ້າງກໍາລັງທະຫານຊັ້ນສູງ, ສ້າງ ຜົນງານໄດ້ຢ່າງໂດດເດັ່ນ ເພື່ອປົດປ່ອຍປະຊາຊົນ ເອກະລາດແຫ່ງຊາດ ແລະ ການ ຟື້ນຟູປະເທດຊາດ, ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການປົກປັກຮັກສາ ອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາປະເທດຊາດ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມສະຫງົບຂອງໂລກ.
ສຳລັບ ປະເທດຈີນ ແລະ ປະເທດລາວ ເປັນປະເທດ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ແລະຄູ່ຮ່ວມມືສັງຄົມນິຍົມທີ່ ດີທີ່ໄວ້ເນື້ອເຊື່ອໃຈກັນ. ພາຍໃຕ້ການຊີ້ນຳຍຸດທະສາດ ແລະ ຍຶດໝັ້ນແນວທາງພົວພັນຈີນ-ລາວ. ໃນສະພາບໂລກປະຈຸບັນທີ່ມີການປ່ຽນແປງໃໝ່, ການກໍ່ສ້າງ ຄູ່ຮ່ວມຊາຕະກຳລາວຈີນໃຫ້ມີຄຸນຄ່າ ແລະ ມີຄວາມສໍາຄັນທາງຍຸດທະສາດ, ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດ ໃຫ້ນໍາໃຊ້ໃນເດືອນທັນວາ 2021, ເສັ້ນທາງສາຍໄໝ ນີ້ກໍ່ໄດ້ສານຕໍ່ຄວາມຝັນ ຂອງປະຊາຊົນຈີນ-ລາວ, ຊ່ວຍໃຫ້ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂອງສອງປະເທດ ກ້າວເຂົ້າສູ່ໄລຍະໃໝ່ ແຫ່ງການພັດທະນາເສດຖະກິດ- ສັງຄົມຂອງພາກພື້ນ.
ພາຍໃຕ້ການຊີ້ນໍາຍຸດທະສາດຂອງການນໍາຂັ້ນສູງຂອງສອງພັກ ແລະ ສອງປະເທດ, ການພົວພັນລະຫວ່າງການທະຫານສອງປະເທດ ໄດ້ພັດທະນາຢ່າງ ເລິກເຊິ່ງ ແລະ ກ້າວໜ້າ. ໃນປີ 2023 ຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນ ແລະ ລາວ ໄດ້ຈັດງານພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນປະເທດເຂດ ຊາຍແດນຄັ້ງທີ 4 ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດເຂດຊາຍແດນ ລະຫວ່າງສອງກອງທັບ, ຮ່ວມກັນຮັກສາສັນຕິພາບຄວາມສະຫງົບຂອງພາກພື້ນ. ຄະນະຊ່ຽວຊານການແພດຊຸດທີ 9 ຂອງກອງທັບປົດປ່ອຍປະຊາຊົນຈີນຊ່ວຍເຫຼືອ ລາວ ໄດ້ຊ່ວຍເຫຼືອສ້າງຕັ້ງຫນ່ວຍງານປິ່ນປົວອາການເຈັບເອິກທີ່ໂຮງຫມໍສູນກາງ 103 ກອງທັບ ແຫ່ງທໍາອິດຂອງ ສປປ ລາວ ແລະ ຊຸກຍູ້ກອງປະຊຸມແລກປ່ຽນວິຊາ ການແພດຄັ້ງທໍາອິດ. ຄະນະຊ່ຽວຊານການແພດທະຫານຈີນຊຸດທີ 10 ຊ່ວຍເຫຼືອ ລາວໄດ້ນໍາສະເໜີແນວຄວາມຄິດທີ່ກ້າວໜ້າທາງດ້ານເທັກໂນໂລຍີການແພດ, ປະສົບການໃນການຄຸ້ມຄອງ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງວຽກງານການແພດ ແລະ ສາທາລະນະສຸກຂອງລາວ ດ້ວຍການປະຕິບັດຕົວ ຈິງ. ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ວົງ ດົນຕີກອງທັບປົດປ່ອຍປະຊາຊົນຈີນໄດ້ມາປະເທດລາວເພື່ອຈັດງານຄອນເສີດ ພິເສດ 5 ເທື່ອ, ເພີ່ມທະວີການພົວພັນມິດຕະພາບຈີນ-ລາວຕື່ມອີກ ແລະ ຖ່າຍທອດວັດທະນະທຳຂອງຊາດ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ຢ່າງເລິກເຊິ່ງ ໂດຍຜ່ານດົນຕີ ແລະ ສິລະປະ, ທີມການສະແດງການບິນ “ນົກອິນຊີ ແດງ ຂອງກອງທັບອາກາດຈີນ ໄດ້ມາສະແດງການບິນ ເຊິ່ງເປັນຄັ້ງ ທຳອິດໄປສະແດງຢູ່ຕ່າງປະເທດ, ການບິນໃນທ້ອງຟ້າເພື່ອສະແດງສັນຕິພາບ ແລະ ມິດຕະພາບ. ກອງປະຊຸມຄະນະກາມະການປະສານງານການຮ່ວມມືດ້ານການ ທະຫານຈີນ-ລາວຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອຮັດແໜ້ນການ ພົວພັນຍຸດທະສາດ, ເປີດກວ້າງການຮ່ວມມືພາກພື້ນ, ເພີ່ມທະວີການປະສານງານ ຫຼາຍຝ່າຍ. ເດືອນກໍລະກົດປີນີ້, ກອງທັບຈີນ ແລະ ລາວໄດ້ດໍາເນີນການ ຊ້ອມຮົບຮ່ວມ “ໂລ້ກຳບັງມິດຕະພາບ 2024” ຢ່າງມີຜົນສໍາເລັດ, ເຊິ່ງໄດ້ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ ແລະ ການຮ່ວມ ມີທີ່ມີຄວາມໝາຍອັນໃຫຍ່ຫຼວງ ແລະ ມີຄວາມໝາຍອັນກວ້າງຂວາງ ຂອງສອງປະເທດມິດຕະພາບທີ່ເປັນມູນເຊື້ອ, ປັບປຸງຄວາມສາມາດ ດ້ານການປ້ອງກັນປະເທດຮ່ວມຮັກສາຄວາມໝັ້ນຄົງຂອງພາກພື້ນ.
ຢ່າງໃດກໍຕາມ, ມິດຕະພາບທີ່ເປັນອ້າຍນ້ອງລະຫວ່າງກອງທັບຈີນ ແລະ ລາວຈະບໍ່ປ່ຽນແປງ. ຈີນ ຍິນດີຮ່ວມກັບລາວປະຕິບັດຄວາມເຫັນດີເຫັນພ້ອມທີ່ສໍາຄັນຂອງການນໍາສູງສຸດ ຂອງສອງພັກສອງປະເທດໃຫ້ບັນລຸສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນ ການຮ່ວມມື ລົງເລິກການກໍ່ສ້າງຄູ່ຮ່ວມຊາຕະກຳ ລະຫວ່າງຈີນກັບລາວ ແລະ ການ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໂລກ.
ໂດຍ: ສະຫາຍ ພັນເອກ ພິເສດ ຫຼື ປິງ ທູດທະຫານປະຈຳສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສ້າງຕ້ອງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 97 ປີ (1 ສິງຫາ 1927 – 1 ສິງຫາ 2024)