64 ປີ ກຳລັງ ປກສ ກ້າວຂຶ້ນດ້ວຍທ່ວງທ່າໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.












ວັນທີ 5 ເມສາ ແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ) ປະຊາຊົນລາວ ຊຶ່ງເປັນໜຶ່ງວັນທີ່ມີຄວາມໝາຍ-ຄວາມສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ. ວັນສ້າງ ຕັ້ງກໍາລັງ ປກສ ປະຊາຊົນລາວ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ກໍ່ຕັ້ງ-ນໍາພາ, ເດັດຂາດໂດຍກົງ ແລະ ຮອບດ້ານ ເປັນກໍາລັງທີ່ແຫຼມຄົມຂອງພັກ, ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.
ເນື່ອງໃນໂອກາດວັນສ້າງຕັ້ງກຳລັງ ປກສ ປະຊາຊົນລາວ ຄົບຮອບ 64 ປີ (5 ເມສາ 1961-5 ເມສາ 2025), ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ໃຫ້ຮູ້ວ່າ: ການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີ ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ທັງລົງຂົນຂວາຍກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມຮັກແພງອູ້ມຊູຊ່ວຍເຫຼືອຈາກປະຊາຊົນ ຈຶ່ງເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ. ບັນດາກຳລັງວິຊາສະເພາະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ຕ້ານ-ສະກັດກັ້ນອາຊະຍາກຳທຸກປະເພດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງແຂງ ແຮງອັນພົ້ນເດັ່ນໄດ້ເປີດບັ້ນດຳເນີນຊີວິດການເມືອງ ຕີລາຄາຈັດແບ່ງປະເພດພະນັກງານ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປີ 2023-2025 ຕາມຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ. ພ້ອມກັນນັ້ນ, ໄດ້ແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (call center), ສະກັດກັ້ນແກ້ໄຂບັນຫາການຄ້າມະນຸດ, ໄດ້ເຮັດໜ້າທີ່ປ້ອງກັນກອງປະຊຸມປິ່ນອ້ອມຕ່າງໆມີຄວາມສະຫງົບປອດໄພ 100%, ໄດ້ສໍາເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກບັນດາກົມກອງອ້ອມຂ້າງກະຊວງ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກກະຊວງ ປກສ, ໄດ້ປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ກຽມຄວາມພ້ອມໃຫ້ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມນັ້ນ, ຍັງໄດ້ພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນແບບສອງຝ່າຍ ແລະ ຫຼາຍຝ່າຍ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວມີບົດບາດທີ່ພົ້ນເດັ່ນຄຽງຄູ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ຜ່ານການປະຕິບັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຕະຫຼອດໄລຍະທີ່ຜ່ານມາ, ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບການຂອງພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນ; ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫຼມຄົມຂອງພັກໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ, ວັດທະນະທຳ – ສັງຄົມ.
ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວຕື່ມວ່າ: ຈາກຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດ ຢ່າງຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດໃນກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ສະແດງໃຫ້ເຫັນວ່າພາຍໃຕ້ການນຳພາຂອງພັກ, ກຳລັງປ້ອງກັນຄວາມສະຫງົບໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ປະຊາຊົນດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍເດັດດ່ຽວໜຽວແໜ້ນກ້າວເດີນຕາມອຸດົມການສັງຄົມນິຍົມຂອງພັກ.
ສັງລວມແລ້ວເຫັນວ່າ 64 ປີຜ່ານມາ ກຳລັງ ປກສ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ ມີກຽດສະຫງ່າ ຊຶ່ງເປັນພື້ນຖານອັນໜັກແໜ້ນໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ. ດັ່ງນັ້ນ, ເພື່ອອະນາຄົດອັນສົດໃສຂອງປະເທດຊາດ, ກຳລັງ ປກສ ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນຳພາກຳລັງ ປກສ ກ້າວຂຶ້ນດ້ວຍທ່ວງທ່າໃໝ່ທີ່ໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ເພື່ອເປັນການສະເຫຼີມສະຫຼອງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 64 ປີ; ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳທີ່ຕິດພັນກັບຮູບການ ແລະ ເນື້ອໃນສະເຫຼີມສະຫຼອງ ເປັນຕົ້ນການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະບວນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະຖາຢູ່ບັນດາກະຊວງ ແລະ ອົງການ; ການພົບປະໂອ້ລົມພະນັກງານອາວຸໂສບໍານານ, ລົງຢ້ຽມຢາມພະນັກງານທີ່ເຈັບປ່ວຍຢູ່ໂຮງໝໍ 5 ເມສາ. ພ້ອມນັ້ນ, ໃນແຕ່ລະປີໄດ້ດຳເນີນການໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຢ່າງເປັນຂະບວນທີ່ມີຄວາມໝາຍ-ຄວາມສຳຄັນອັນເລິກເຊິ່ງ ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນຳກະຊວງບັນດານາຍ ແລະ ພົນຕຳຫຼວດທົ່ວກຳລັງປ້ອງກັນຄວາມສະຫງົບປະຊາຊົນ ລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງການນໍາພັກ-ລັດ, ອະດີດນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ເພື່ອປະຊາຊົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ໃຫ້ບຸນຄຸນ-ຄຸນງາມຄວາມດີຂອງບັນດາທ່ານເຫຼົ່ານັ້ນຖືກຈາລຶກຢູ່ໃນປະຫວັດສາດ ແລະ ຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.
ໃນໂອກາດວັນສ້າງຕັ້ງກຳລັງ ປກສ ປະຊາຊົນລາວ ຄົບຮອບ 64 ປີ, ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ສູນກາງພັກ, ລັດຖະບານ ຊຶ່ງຍາມໃດກໍໃຫ້ການນໍາພາ-ຊີ້ນໍາຢ່າງຈົດຈໍ່ ແລະ ແທດເຖິງຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ອວຍພອນໄຊອັນປະເສີດໃຫ້ບັນດາທ່ານການນໍາພັກ-ລັດ ຈົ່ງມີພະລານາໄມເຂັ້ມແຂງ ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມວັດທະນາຖາວອນຕາມອຸດົມການຂອງພັກທີ່ກໍານົດໄວ້ ແລະ ຂໍສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນສະໜິດສະໜົມ ແລະ ອວຍພອນໄຊອັນປະເສີດເຖິງປະຊາຊົນບັນດາເຜົ່າ, ນາຍ ແລະ ພົນຕໍາຫຼວດທຸກທົ່ວໜ້າຈົ່ງມີແຕ່ຄວາມສຸກສົມຫວັງໃນການດໍາລົງຊີວິດ ກໍຄືການເຄື່ອນໄຫວປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ.
ນໍ້າໃຈ ວັນທີ 5 ເມສາ ໝັ້ນຍືນ !