ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເຊີດຊູນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງໃຫ້ກົມກອງມີໂສມໜ້າໃໝ່ ໄປຕາມທິດການສ້າງກອງວັດທະນະທຳ

ເມື່ອເວົ້າເຖິງວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ກາຍເປັນກອງທັບທີ່ມີແບບແຜນທັນສະໄໜນັ້ນ, ແມ່ນວຽກງານໜຶ່ງທີ່ສຳຄັນ ນອນຢູ່ໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງຫຼາຍກົມກອງນັບທັງກຳລັງຫຼວງ-ກຳລັງທ້ອງຖິ່ນ ກໍ່ໄດ້ສຸມໃສ່ວຽກງານດັ່ງກ່າວ ຢ່າງຕັ້ງໜ້າ ໂດຍຕິດພັນກັບວຽກງານຂະບວນການລວມຂອງກົມກອງ ແນ່ໃສ່ສ້າງຄ້າຍຄູຂອງກົມກອງໃຫ້ມີໂສມໜ້າໃໝ່ ໄປຕາມທິດການສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ຕາມທິດນຳຂອງຂັ້ນເທິງ.

ສະຫາຍ ພັນໂທ ສັງທອງ ບຸດຊາວດອນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນນ້ອຍທີ 18 ກອງພັນໃຫຍ່ 502 ກອງພົນທີ 5 ໃຫ້ຮູ້ວ່າ: ຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສ່ ເປັນສຳຄັນຕໍ່ວຽກງານສ້າງພະລາທິການ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ພາຍໃນກົມກອງ ໃນນີ້ໄດ້ຊີ້ນຳໆພາພະນັກງານ – ນັກຮົບ ສ້າງເສດຖະກິດ ດ້ວຍການຍົກສູງຈິດໃຈທີ່ວ່າ: ຕາມທິດນຳເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບໄດ້ກິນເຂົ້າ 3 ຄາບເປັນປົກກະຕິ, ນອກນີ້ກົມກອງໄດ້ປະຕິບັດ 4 ປູກ 4 ລ້ຽງ ເປັນຕົ້ນແມ່ນໄດ້ ປູກພືດຜັກຊະນິດຕ່າງໆ ຕາມລະດູການ ໃນນີ້ໄດ້ປູກໜາກເຊີເວີ່ ຈຳນວນ 5 ຮ້ານ , ໜອງປາ 10 ໜອງ, ລ້ຽງງົວ 14 ໂຕ , ລ້ຽງແບ້ 32 ໂຕ , ສະເພາະຂອງອົງການຈັດຕັ້ງມະຫາຊົນ ມີຮ້ານໜາກເຊີເວີ່ 1 ຮ້ານ , ລ້ຽງງົວ 4 ໂຕ , ມີໜອງປາ 5 ໜອງ , ລ້ຽງເປັດໄກ່ 2 ຮ້ອຍກວ່າໂຕ, ປູກ ຕົ້ນກວ້ຍ 46 ຕົ້ນ , ປູກໄຜ່ລ້ຽງນ້ອງ 13 ຕົ້ນ, ສັງລວມແລ້ວ ໃນໜຶ່ງປີຜ່ານມາ ກົມກອງສາມາດສ້າງລາຍຮັບຈາກແຫຼ່ງຕ່າງໆ ໄດ້ທັງໝົດ 300 ລ້ານກວ່າກີບ, ເຊິ່ງທຶນຮອນຈໍານວນດັ່ງກ່າວ ແມ່ນນໍາໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງ ເປັນຕົ້ນແມ່ນ ສ້າງປ້າຍປາໂນຄຳຂັວນ , ປັບປຸງກໍ່ສ້າງເຮືອນນອນໃຫ້ອ້າຍນ້ອງຈຳນວນ 1 ຫຼັງ ສຳເລັດ 85% ເພື່ອສ້າງກົມກອງ ໃຫ້ມີຄວາມແໜ້ນໜາຖາວອນ ມີຄວາມສະອາດຈົບງາມກາຍເປັນກົມກອງ ວັດທະນະທຳ-ນັກຮົບວັດທະນະທຳ.

ສະຫາຍ ພັນໂທ ສັງທອງ ບຸດຊາວດອນ ໃຫ້ຮູ້ຕື່ມວ່າ: ໄປຄຽງຄູ່ກັບວຽກງານດັ່ງກ່າວ ໄລຍະຜ່ານມາ ຄະນະພັກ-ຄະນະບັນຊາພວກເຮົາ ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງເປັນປົກກະຕິ ດ້ວຍຫຼາຍຮູບການ ເຊັ່ນ: ໄດ້ນຳເອົາເອກະສານມະຕິຄຳສັ່ງຂອງຂັ້ນເທິງ , ມູນເຊື້ອ ວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງກອງທັບ ເພື່ອສ້າງໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອ່ຽງ ທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ ມີສະຕິຕື່ນຕົວສູງ ຕໍ່ການຈັດຕັ້ງ ສາມາດຈຳແນກໄດ້ມິດສັດຕູ ພ້ອມທັງສ້າງໃຫ້ນາຍ ແລະ ພົນທະຫານ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕໍ່ກັບວຽກງານພັກກົມກອງຍັງໄດ້ເພີ່ມທະວີບົດບາດໃນການນຳພາໂດຍຖືເອົາວຽກງານການປັບປຸງກໍ່ສ້າງພັກ ຕາມ 3 ທິດນຳ 5 ຫຼັກການຂອງພັກ ດໍາເນີນຊີວິດການເມືອງພາຍໃນພັກເພື່ອເປັນການສຶກສາອົບຮົມ ປັບປຸງກໍ່ສ້າງພະນັກງານ ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ມີແບບແຜນວິທີນຳພາທີ່ຖືກຕ້ອງ, ອັນພົ້ນເດັ່ນກົມກອງສາມາດຮັກສາໄດ້ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 9 ສະໄໜຕິດຕໍ່ກັນ.

ໂດຍ: ແສງອາທິດ ສິດາໄລ