ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເສີມຂະຫຍາຍມູນເຊື້ອວິລະກໍາອັນອົງອາດກ້າຫານ, ຄວາມຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ ແລະ ປະຊາຊົນບັນດາເຜົ່າຂອງຊາວໜຸ່ມຮຸ່ນກ່ອນໄດ້ເປັນຢ່າງດີ

ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ, ສະຫາຍ ພັນໂທ ສົມຈິດ ຄຸນນະວົງ ຫົວໜ້າພະແນກຊາວໜຸ່ມກົມໃຫຍ່ເສນາທິການກອງທັບ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ດັ່ງທີ່ເຮົາຮູ້ແລ້ວວ່າຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 14 ເມສາ 1955 ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ນໍາພາບັນຊາ ໂດຍກົງຮອບດ້ານ ມີພາລະບົດບາດເປັນເສນາທິການໃຫ້ແກ່ພັກປະຊາຊົນປະຕິວັດລາວໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະປົດປ່ອຍຊາດກໍຄືໄລຍະປັກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ເສນາທິການກອງທັບແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ໄຕການຊີ້ນໍາ-ນໍາພາໂດຍກົງຮອບດ້ານຈາກຄະນະພັກກົມໃຫຍ່ເສນາທິການກອງທັບມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກກົມໃຫຍ່ເສນາທິການ ໃນການຄົ້ນຄວ້າສ້າງແຜນການປັບປຸງບູລະນະລະບົບການຈັດຕັ້ງຊາວໜຸ່ມຄົ້ນຄວ້າຈັດຕັ້ງເຊື່ອມຊຶມມະຕິ, ຄໍາສັ່ງ ຂໍ້ກໍານົດກົດລະບຽບ, ກົດໝາຍ, ມູນເຊື້ອຕ່າງໆ ແລະ ທັງກໍ່ສ້າງຮາກຖານການເມືອງຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕາມການມອບໝາຍໜ້າທີ່ຂອງຂັ້ນເທິງ.

ສະຫາຍ ພັນໂທ ສົມຈິດ ຄຸນນະວົງ ໃຫ້ຮູ້ຕື່ມວ່າ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຄະນະຊາວໜຸ່ມຮຸ່ນກ່ອນ ພະແນກຊາວໜຸ່ມ ພວກເຮົາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດເປັນບັນຫາຕົ້ນຕໍ່ສໍາຄັນສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ໂດຍໄດ້ນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງກອງທັບ, ຂອງຊາວໜຸ່ມ ນໍາມາຈັດຕັ້ງເຊື່ອມຊຶມໃຫ້ພະນັກງານສະມາຊິກຊາວໜຸ່ມເພື່ອປູກຈິດສໍານຶກໃຫ້ສະມາຊິກຊາວໜຸ່ມໄດ້ຮຽນຮູ້ເຖິງມູນເຊື້ອວິລະກຳອັນອົງອາດກ້າຫານຄວາມຈົ່ງຮັກພັກດີ, ຄວາມສັດຊື່ບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ຄວາມດຸໝັ່ນຂະຫຍັນພຽນ ປະຫຍັດມັດທະຍັດຂອງຊາວໜຸ່ມຮຸ່ນກ່ອນ, ນອກຈາກນີ້ພະແນກຊາວໜຸ່ມພວກເຮົາຍັງໄດ້ເອົາໃຈໃສ່ຍົກລະດັບໃຫ້ພະນັກງານ – ສະມາຊິກຊາວໜຸ່ມໄດ້ຮັບການສຶກສາຄົ້ນຄວ້າຮໍ່າຮຽນຝຶກຝົນຫຼ່ໍຫຼອມ ທັງດ້ານຄຸນສົມບັດສິນທຳປະຕິວັດ ແລະ ບັນດາມະຕິຄໍາສັ່ງ ໂດຍທາງກົງ, ທາງອ້ອມດ້ວຍຫຼາຍຮູບການໃນໄລຍະຜ່ານມາເຊິ່ງສາມາດຕີລາຄາບັນຫາແນວຄິດ, ການເຄື່ອນໄຫວ, ການກະທໍາຕົວຈິງຂອງ ພະນັກງານສະມາຊິກຊາວໜຸ່ມໄດ້ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ຕິດພັນແໜ້ນກັບຂະບວນການ 4 ບຸກ ຊຶ່ງສະແດງອອກໃນຜົນງານຕົວຈິງໄດ້ຮັບໃບຢັ້ງຢືນ 4 ບຸກຈາກກົມໃຫຍ່ການເມືອງກອງທັບມີ 01 ພະແນກ, 12 ຂະແໜງ 9 ຄະນະບໍລິຫານງານ, 116 ໜ່ວຍ ຜ່ານຂະບວນການດັ່ງກ່າວສາມາດຢັ້ງຢືນໄດ້ວ່າ : ພະນັກງານ ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ເສນາທິການຍັງມີຄວາມສະຫງົບ, ຄວາມເປັນເອກະພາບຕໍ່ມະຕິ ຄໍາສັ່ງຂອງຂັ້ນເທິງມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ ແລະມີຄວາມໜັກແໜ້ນທັງດ້ານການເມືອງ ແນວຄິດກວມເອົາ 98% ຂຶ້ນໄປ.