ວິລະກຳໂຕນຄຸກໂພນເຄັງຄັ້ງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ(24/5/1960-24/5/2024) ຄົບຮອບ 64 ປີ.



ເມື່ອຫວນຄືນວິລະກຳໂຕນຄຸກ ຂອງທ່ານຜູ້ນໍາພັກ ແລະ ແນວລາວ ຮັກຊາດ ວັນທີ 24 ພຶດສະພາ1960 ເຊິ່ງເປັນໜຶ່ງໃນບັນດາເຫດການພົ້ນເດັ່ນຂອງການປະຕິວັດລາວ, ໃນນີ້ພວກເຮົາໄດ້ນຳສະເຫນີບາງເຫດການສຳຄັນ ຄື:
– ປີ 1959 ພາຍຫລັງ ທີ່ຝ່າຍຂວາ ເຊິ່ງນໍາໂດຍ ຜຸຍ ຊະນະນິກອນ ຖືກ ປະລາໄຊ ຢ່າງເຈັບແສບ ໃນການເລືອກຕັ້ງ, ພວກເຂົາ ໄດ້ດໍາເນີນການປະທ້ວງ ໃຫ້ມີການຍົກເລີກລັດຖະບານປະສົມຢ່າງແຮງ ໃນເມື່ອສະຖານະການ ເປັນຄືແນວນັ້ນ ຄະນະລັດຖະບານປະສົມຂອງ ສະເດັດເຈົ້າ ສຸວັນນະພູມາ ຈຳຕ້ອງລາອອກຈາກໜ້າທີ່.
– ສະພາຜູ້ແທນລາດສະດອນ ໄດ້ບົ່ງຕົວໃຫ້ ຜຸຍ ຊະນະນິກອນ ເປັນຜູ້ຈັດຕັ້ງລັດຖະບານຊຸດໃໝ່ ໂດຍ ຜຸຍ ເປັນນາຍົກລັດຖະມົນຕີ ພາຍຫລັງ ໄດ້ຮັບສິດທິພິເສດຢ່າງເຕັມທີ່ແລ້ວ ພວກເຂົາ ກໍໄດ້ລົງມື ປະຕິບັດ ຕາມການຊີ້ນໍາ ຢ່າງເດັດຂາດ ຂອງລັດທິຈັກກະພັດແບບໃໝ່
ປະຕິບັດ ຕາມການຊີ້ນໍາ ຢ່າງເດັດຂາດ ຂອງລັດທິຈັກກະພັດແບບໃໝ່ ຫລາຍປະການ ແຕ່ໃນນັ້ນ ສິ່ງທີ່ເປັນການໂຫດຮ້າຍ, ປ່າເຖື່ອນ, ບໍ່ມີນໍ້າໃຈມະນຸດສະທຳ ແລະ ຜະເດັດການທີ່ສຸດ ຄືໃນວັນທີ 28 ກໍລະກົດ 1959 ຜຸຍ ຊະນະນິກອນ ໄດ້ອອກຄຳສັ່ງໃຫ້ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ຈັບກຸມ ບັນດາທ່ານ ຜູ້ນໍາພັກ-ແນວລາວຮັກຊາດ ໄປກັກຂັງ ທີ່ຄຸກໂພນເຄັງ ຄື: ທ່ານ ສຸພານຸວົງ, ໜູຮັກ ພູມສະຫວັນ, ພູມີ ວົງວິຈິດ, ພູນ ສີປະເສີດ, ສີທົນ ກົມມະດຳ, ສິງກະໂປ ສີໂຄດຈຸນນະ ມາລີ ແລະ ທ່ານອື່ນໆ ລວມຈຳນວນທັງໝົດ 16 ທ່ານ.
– ຕໍ່ກັບສະພາບການດັ່ງກ່າວ ຜູ້ແທນແນວລາວຮັກຊາດ ໄດ້ເຄື່ອນໄຫວ ຄັດຄ້ານຢ່າງ ເດັດດ່ຽວ ບໍ່ວ່າຈະຢູ່ນອກສະພາ ໄດ້ຊອກຫາທຸກວິທີທາງ ກໍຄື ໃນສະພາໄດ້ສະເໜີ ໃຫ້ຜູ້ນຳ ດັ່ງກ່າວ ທີ່ເປັນຜູ້ແທນ ໄດ້ມີໜ້າເຂົ້າຮ່ວມ ປະຊຸມໃນສະພາ ເພາະມັນແມ່ນສິດທິ ທີ່ໄດ້ບົ່ງໄວ້ ໃນລັດຖະທຳມະນູນ
– ໃນເວລານັ້ນຝ່າຍຂວາວຽງຈັນ ທີ່ມີລັດທິຈັກກະພັດແບບໃໝ່ ເປັນຜູ້ ໜູນຫຼັງ ຫວັງຈະດັບມອດ ຂະບວນການປະຕິວັດ, ປີ 1960 ພາຍຫລັງ ທີ່ບັນດາຜູ້ນຳ ເພິ່ນຈະຖືກກັກຂັງ ກໍຕາມ ແຕ່ບໍ່ໄດ້ ລົດລະຄວາມພະຍາຍາມ ໃນການຫາ ວີທີ ແລະ ຊ່ອງທາງ ເພື່ອໃຫ້ ຫລຸດພົ້ນ ອອກຈາກການກະທຳ ອັນຜະເດັດການ ທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ ຢ່າງສຸດຂີດຄວາມສາມາດ ໃນການ ສຶກສາອົບຮົມ ແກ່ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ ແນວທາງອັນຖືກຕ້ອງເປັນທຳ ຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານ ຂອງ ລັດທິ ຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມ ການຕໍ່ສູ້ກັບຝ່າຍກຳລັງຮັກຊາດ ດ້ວຍເຫດນັ້ນ ຈຶ່ງມີການວາງແຜນ ໃນ ການຕິດຕໍ່ພົວພັນ ທາງລັບ ລະຫວ່າງ ນອກ ແລະ ໃນ ຄຸກ ຢ່າງປິດລັບ ທີ່ສຸດ ເພື່ອຈະໂຕນຄຸກ ອອກໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ.
– ເມື່ອແຜນການ ເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນ (00:00ໂມງ) ຂອງວັນທີ 24 ພຶດສະພາ 1960 ຜູ້ນໍາພັກ-ແນວລາວ ຮັກຊາດ ໄດ້ໂຕນໜີ ອອກຈາກ ຄຸກໂພນເຄັງ ໄປສູ່ ເຂດທີ່ໝັ້ນ ຂອງ ການປະຕິວັດ ດ້ວຍຄວາມປອດໄພ ທຸກປະການ.
– ເຫດການວິລະກຳດັ່ງກ່າວນີ້ແມ່ນ ໄຊຊະນະ ທີ່ແລກມາດ້ວຍ ຄວາມ ທຸກທໍລະມານ ແລະ ແສນລໍາບາກນາໆປະການ ເຖິງວ່າ ຈະຖືກຈັບກຸມ ຄຸມຂັງ ກໍບໍ່ມີທາງ ຍອມຈຳນົນ ໂດຍເດັດຂາດ ອັນນີ້ ກໍຍ້ອນເພິ່ນຖື ປະເທດຊາດ ສູງກວ່າຊີວິດຂອງຕົນ ( ເຊິ່ງຈະຫາສິ່ງໃດມາປຽບປານ ກໍບໍ່ໄດ້).
-ໄຊຊະນະອັນພິລະອາດຫານ ໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນ ນີ້ ມັນໄດ້ກາຍເປັນບາດລ້ຽວອັນສໍາຄັນ ແລະ ໝາກຜົນແຫ່ງຄວາມ ສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ຂອງທ່ານຜູ້ນຳ ທີ່ຢູ່ໃນຄຸກ ພ້ອມທັງ ສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ທ່ານຜູ້ນໍາ ຈົນໂຕນໜີ ອອກຈາກຄຸກ ໄດ້ເປັນຜົນສໍາເລັດ ກໍຄື ວັນແຫ່ງໄຊຊະນະ ຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.
– ຍ້ອນມີ ທ່ານຜູ້ນໍາເສຍສະຫລະ ໃນວັນນັ້ນ ຈຶ່ງມີ ປະເທດຊາດ ໃນວັນນີ້.