ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວຕະຫຼອດໄປ (ລະນຶກວັນຄ້າຍວັນເກີດ ຄົບຮອບ 115 ປີ, ວັນທີ 13 ກໍລະກົດ 1909-13 ກໍລະກົດ 2024)

ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ, ອະດີດປະທານສະພາປະຊາຊົນສູງສຸດ, ອະດີດປະທານສູນກາງແນວລາວສ້າງຊາດ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງພວກເຮົາທີ່ໄດ້ວຽນມາບັນຈົບຄົບຮອບ 115 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຂອງລາຊະວົງລ້ານຊ້າງ, ເປັນໂອລົດອົງສຸດທ້າຍຂອງເຈົ້າມະຫາອຸປະຮາດບຸນຄົງ ແລະ ໝ່ອມຍິງຄຳອ້ວນ.

ຊີວິດ ແລະ ພາລະກິດຂອງປະທານ ສຸພານຸວົງ ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມໃນທຸກໆສະພາວະ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ດ້ານຄຸນທາດປະຕິວັດ ອັນທີ່ພົ້ນເດັ່ນແມ່ນ : ນໍ້າໃຈຮັດຊາດອັນດູດດື່ມ, ນໍ້າໃຈຮັກປະຊາຊົນບັນດາເຜົ່າ, ຄວາມສັດຊື່ບໍລິສັດທີ່ໃສແຈ້ງ; ປະທານ ສຸພານຸວົງແມ່ນຜູ້ນໍາທີ່ເປັນແບບຢ່າງກ່ຽວກັບນໍ້າໃຈອົດທົນ, ແຂງແກ່ນ, ໝັ້ນໜຽວ, ເດັດຂາດ; ມີຄວາມດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບແຜນດຳລົງຊີວິດທີ່ປົກກະຕິ, ປອດໃສ, ງ່າຍດາຍ.

ໃນຕະຫຼອດຊີວິດຂອງເພິ່ນ, ປະທານ ສຸພານຸວົງ ໄດ້ອຸທິດໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ກຳລັງວັງຊາໃຫ້ແກ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ; ນ້ຳໃຈຮັກຊາດ, ຮັກປະຊາຊົນ, ນ້ຳໃຈສາກົນກຳມະຊີບຂອງປະທານສຸພານຸວົງແມ່ນໃສແຈ້ງ, ເລິກເຊິ່ງ ແລະ ກວ້າງຂວາງຈົນຫາສິ່ງໃດມາປຽບທຽບ ແລະ ພັນລະນາບໍ່ໄດ້.

ຍ້ອນໄດ້ເຕີບໃຫຍ່ຂຶ້ນຢູ່ໃນທ່າມກາງສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນ ເມືອງຂຶ້ນເມືອງສ່ວຍຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າໄດ້ຕົກເປັນຂ້ອຍຂ້າ ແລະ ໄດ້ຮັບຄວາມທຸກທໍລະມານພາຍໃຕ້ການດຳລົງຊີວິດຂອງຄວາມເປັນຂ້ອຍຂ້າມ້າຕ່າງ ແລະ ໄດ້ຮັບຄວາມເຈັບປວດຢ່າງແສນສາຫັດຈາກການກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນ ຊຶ່ງສິ່ງດັ່ງກ່າວພາໃຫ້ປະທານສຸພານຸວົງ ມີຄວາມຕື່ນຕົວຮັກຊາດ, ຄຽດແຄ້ນສັດຕູຕັ້ງແຕ່ເຍົາໄວ.

ປະທານ ສຸພານຸວົງ ໄດ້ເລີ່ມຮຽນໜັງສືໃນຊັ້ນປະຖົມຢູ່ຫຼວງພະບາງ, ຈາກນັ້ນຈຶ່ງໄປຮຽນຕໍ່ຊັ້ນມັດທະຍົມທີ່ຮ່າໂນ້ຍ ສສ. ຫວຽດນາມໃນປີ 1920 ແລະ ເດີນທາງໄປຮຽນຕໍ່ຂັ້ນມະຫາວິທະຍາໄລໃນຂະແໜງວິສະວະກອນຂົວ-ທາງທີ່ນະຄອນຫຼວງປາຣີ ປະເທດຝຼັ່ງ ໃນປີ 1937.

ໃນສະໄໝທີ່ເພິ່ນເປັນນັກສຶກສາຢູ່ປະເທດຝຼັ່ງ, ປະທານ ສຸພານຸວົງ ໄດ້ເລີ່ມຕົ້ນເຄື່ອນໄຫວດ້ານການເມືອງ ໂດຍມີການພົວພັນທີ່ສະໜິດແໜ້ນກັບນັກສຶກສາຂອງບັນດາປະເທດເມືອງຂຶ້ນ ທີ່ພວມສຶກສາຢູ່ປະເທດຝຼັ່ງໃນເວລານັ້ນ. ຜ່ານການເຂົ້າຮ່ວມເຄື່ອນໄຫວໃນແນວຮ່ວມປະຊາຊົນຕ້ານຟາດຊິດໄດ້ເຮັດໃຫ້ ປະທານ ສຸພານຸວົງ ໄດ້ສຶກສາຄົ້ນຄວ້າ, ເຫັນໄດ້ທາດແທ້ ແລະ ຄວາມເປັນຈິງພາຍໃຕ້ລະບອບລ່າເມືອງຂຶ້ນ, ເຮັດໃຫ້ສະຕິຕື່ນຕົວປະຕິວັດ ແລະ ແນວຄວາມຄິດໃນການເຂົ້າຮ່ວມເຄື່ອນໄຫວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຂະຫຍາຍຕົວຢ່າງໜັກແໜ້ນ.

ພາຍຫຼັງທີ່ປະທານ ໂຮ່ຈິມິນ ໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930 ແລະ ນຳພາຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນເປັນຕົ້ນມາ ໄດ້ສ້າງເງື່ອນເຮັດໃຫ້ການຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນຂະຫຍາຍຕົວກ້າວຂຶ້ນສູ່ຄຸນນະພາບໃໝ່. ພາຍຫຼັງທີ່ກັບຄືນມາອິນດູຈີນ, ປະທານສຸພານຸວົງໄດ້ກັບຄືນມາສູ່ອິນດູຈີນ ແລະ ໄດ້ເຂົ້າຮ່ວມນຳພາການຕໍ່ສູ້ປະຕິວັດຂອງປະຊາຊົນລາວນັບແຕ່ເວລານັ້ນເປັນຕົ້ນມາ.

ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງຜູ້ໜຶ່ງຈົນກາຍເປັນນັກປະຕິວັດຜູ້ກ້າແກ່ນ, ເປັນຜູ້ນຳຂັ້ນສູງຂອງພັກ ແລະ ລັດເຮົາທີ່ມີບົດບາດ, ອິດທິພົນສູງ, ເພິ່ນແມ່ນຜູ້ນຳທີ່ມີຜົນງານອັນໃຫຍ່ຫຼວງໃນຂະບວນການນໍາພາການຕໍ່ສູ້ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ ກໍຄືການປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ຂອງບັນດາປະຊາຊາດຢູ່ໃນທົ່ວໂລກ.

ປະທານ ສຸພານຸວົງ ແມ່ນຜູ້ນຳທີ່ມີນ້ຳໃຈອາດຫານ, ຍາມໃດກໍໄດ້ຍົກສູງນ້ຳໃຈຕໍ່ສູ້ໂດຍບໍ່ຢ້ານກົວຕໍ່ຄວາມເສຍສະຫຼະ.ໃນເວລາທີ່ຢືນຢູ່ໃນສະພາບທີ່ເຄັ່ງຮ້ອນ, ຫົວລ້ຽງຫົວຕໍ່ຂອງບັ້ນຮົບປ້ອງກັນທ່າແຂກ, ກອງກຳລັງປະກອບອາວຸດ ແລະ ປະຊາຊົນຜູ້ຮັກຊາດ ພາຍໃຕ້ການບັນຊາໂດຍກົງຂອງ ປະທານ ສຸພານຸວົງ ໄດ້ຕ່າວໂຈມຕີສັດຕູຢ່າງອົງອາດກ້າຫານ, ສາມາດດັບສູນກຳລັງສັດຕູໄດ້ຢ່າງຫຼວງຫຼາຍ ແລະ ຢັບຢັ້ງການຍຶດຄອງຂອງພວກເຂົາໄດ້ໃນເບື້ອງຕົ້ນ; ເພື່ອຮັກສາກຳລັງຈັ້ງທ່າ, ປະທານສຸພານຸວົງໄດ້ຖອນກຳລັງຂ້າມໄປສູ່ເຂດປອດໄພ ຊຶ່ງໃນຂະນະນັ້ນ, ສັດຕູໄດ້ໃຊ້ຍົນສູ້ຮົບ ແລະ ປືນໃຫຍ່ລະດົມຍິງຢ່າງໜັກໜ່ວງເຮັດໃຫ້ກຳລັງຂອງພວກເຮົາຖືກບາດເຈັບ ແລະ ລົ້ມຕາຍເປັນຈຳນວນຫຼວງຫຼາຍແລະໃນເວລານັ້ນ, ປະທານສຸພານຸວົງກໍຖືກບາດເຈັບເຊັ່ນດຽວກັນ.

ເວລາທີ່ຢູໃນສະພາບຄັບຂັນ, ສ່ຽງເປັນສ່ຽງຕາຍເວລຖືກຈັບ ແລະ ຖືກຄຸມຂັງຢູ່ຄຸກໂພນເຄັງ, ປະທານສຸພານຸວົງຍາມໃດກໍທຸ່ນທ່ຽງ, ໜຽວແໜ້ນ, ບໍ່ຄອນແຄນ; ເຖິງວ່າ ລັດຖະບານຫຸ່ນວຽງຈັນ ໄດ້ໃຊ້ທຸກກົນອຸບາຍ ແລະ ມາດຕາການທີ່ຜິດກົດໝາຍຕໍ່ປະທານສຸພານຸວົງ ແລະ ບັນດາຜູ້ນຳການປະຕິວັດເຮົາ, ແຕ່ກໍບໍ່ໄດ້ເຮັດໃຫ້ພວກເພິ່ນມີຄວາມສະທ້ານຢ້ານກົວແຕ່ປະການໃດ, ຍາມໃດເພີ່ນແລະຜູ້ນຳເຮົາກໍເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເຊື່ອໝັ້ນຕໍ່ກຳລັງແຮງຂອງມະຫາຊົນຢູ່ສະເໝີ.

ພັກເຮົາໄດ້ຕີລາຄາວ່າ ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ແມ່ນນັກປະຕິວັດທີ່ກ້າແກ່ນ, ນັກການເມືອງທີ່ໂດດເດັ່ນ, ນັກການທະຫານທີ່ເກັ່ງກ້າ, ນັກການຕ່າງປະເທດທີ່ສະຫຼຽວສະຫຼາດ; ປະທານ ສຸພານຸວົງ ແມ່ນຜູ້ນຳຂັ້ນສູງລຸ້ນທຳອິດທີ່ມີອິດທິພົນສູງຂອງພັກ ແລະ ການປະຕິວັດລາວ, ແມ່ນລູກຮັກຫຼານປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳພາທີ່ມີທາດແທ້ປະຕິວັດທີ່ໜຽວແໜ້ນ, ອາດຫານ, ຍາມໃດກໍມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ປະຊາຊົນ, ຖືເອົາປະຊາຊົນເປັນກົກ ແລະ ເປັນກຳລັງແຮງຕັດສິນທຸກໄຊຊະນະຂອງພາລະກິດປະຕິວັດ, ຍາມໃດເພິ່ນກໍໄກ້ຊິດສະໜິດສະໜົມ, ເປັນຫ່ວງເປັນໄຍນຳຄວາມສຸກທຸກຂອງປະຊາຊົນຢູ່ສະເໝີ. ສະນັ້ນ, ຕະຫຼອດຊີວິດຂອງເພິ່ນ, ປະທານ ສຸພານຸວົງ ໄດ້ອຸທິດເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າໂດຍບໍ່ມີວັດຖຸປະສົງອື່ນໃດທີ່ເໜືອກວ່າ.

ເຖິງວ່າ ປະທານ ສຸພານຸວົງ ຈະຈາກພວກເຮົາໄປເປັນເວລາດົນນານແລ້ວກໍຕາມ. ແຕ່, ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ຍັງຄິດຄະນິງເຖິງເພິ່ນຢ່າງບໍ່ມີຍາມຈືດຈາງ ແລະ ຈາລຶກໄວ້ ຊຶ່ງຜົນງານ ຄຸນງາມຄວາມດີ ແລະ ແບບຢ່າງທີ່ໃສແຈ້ງ ທີ່ເພິ່ນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ພາລະກິດປະຕິວັດຂອງປະຊາຊົນເຮົາຕະຫຼອດໄປ.

ໂດຍ: ເຄນໄຊ