ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day February 23, 2026

ພົນໂທ ວັນທອງ ກອງມະນີ ນໍາພານາຍ ແລະ ພົນຕໍາຫຼວດ ປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຢູ່ ກະຊວງ ປກສ

ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ ທີ V ຢູ່ທີ່ໜ່ວຍປ່ອນບັດຈຸດຫ້ອງວ່າການກະຊວງ ແລະ ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ; ໂດຍມີ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ພົນຕີ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການກະຊວງ, ພົນໂທ ກົງທອງ ພົງວິຈິດ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ພົນຕີ ສົມວັນ ສາຍລ້ອງພາ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ…

ເປີດຝຶກອົບຮົມໄລຍະສັ້ນ ການນໍາໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈຳນວນສະມາຊິກປະກັນສັງຄົມ ພາກປະຈຳການ (ສະບັບປັບປຸງ)

ໃນວັນທີ 23 ກຸມພາ 2026, ກົມປະກັນສັງຄົມກອງທັບ ໄດ້ເປີດຝຶກອົບຮົມໄລຍະສັ້ນ ການນໍາໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈຳນວນສະມາຊິກປະກັນສັງຄົມ ພາກປະຈຳການ (ສະບັບປັບປຸງ) ໃຫ້ພະນັກງານຜູ້ທີ່ເຮັດວຽກງານປະກັນສັງຄົມ, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານປະກັນສັງຄົມກອງທັບ, ມີບັນດາສະຫາຍຄະນະກົມປະກັນສັງຄົມ, ພະແນກການ, ວິຊາການຂອງກົມປະກັນສັງຄົມ ພ້ອມດ້ວຍບັນດາສະຫາຍນັກຝຶກອົບຮົມເຂົ້າຮ່ວມ. ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນກ່າວເປີດການຝຶກອົບຮົມໃນຄັ້ງນີ້ ບາງຕອນສະຫາຍກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ບັນດາສະຫາຍທີ່ມີໜ້າທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນ ການຕິດຕາມ ກວດກາ ແລະ ຄຸ້ມຄອງບັນຊີສະມາຊິກປະກັນສັງຄົມກອງທັບ ລວມທັງການນໍາໃຊ້ ລະບົບໂປຣແກຣມ…

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

ເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ. ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ…

ປະທານປະເທດ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານທ່າພະລານໄຊ

ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026, ບັນດາການນຳພັກ, ລັດ, ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກເອົາ ສສຊ ແລະ ສສຂ ຢ່າງຄຶກຄື້ນ. ສະເພາະ ຢູ່ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)…

ບັນຍາກາດການປ່ອນບັດເລືອກຕັ້ງ, ຢູ່ອົງການກະຊວງປ້ອງກັນປະເທດ ໜ່ວຍທີ 92 ດຳເນີນໄປຢ່າງຖືກຕ້ອງຕາມລະບຽບຫຼັກການຢ່າງເຂັ້ມງວດ

ພິທີດໍາເນີນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາຂັ້ນແຂວງ ຊຸດທີ V ຢູ່ໃນອົງການກະຊວງປ້ອງກັນປະເທດ ໜ່ວຍທີ 92 ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ພ້ອມດ້ວຍພັນລະຍາ, ມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ,…