ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

ເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ.

ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.ສະນັ້ນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ, ຈົ່ງພ້ອມກັນໄປໃຊ້ສິດຂອງຕົນເອງເພື່ອເລືອກເອົາຕົວແທນຂອງຕົນໄປເຮັດໜ້າທີ່ຢູ່ສະພາແຫ່ງຊາດຢ່າງພ້ອມພຽງ.

ສຳລັບບ້ານໂພນສີນວນ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນບັດຕົວຈິງ 1.082 ຄົນ ຍິງ 615 ຄົນ.ໃນນີ້, ຈຸດຫ້ອງການບ້ານໂພນສີນວນ ມີ 539 ຄົນ ຍິງ 318 ຄົນ, ຈຸດໂຮງຮຽນປະຖົມ ມີ 543 ຄົນ ຍິງ 297 ຄົນ. ບັນຍາກາດການປ່ອນບັດເລືອກຕັ້ງຈຸດນີ້ເຕັມໄປດ້ວຍຄວາມຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ ແລະ ອື່ນໆ.

ບັ້ນເລືອກຕັ້ງຄັ້ງນີ້, ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງ ຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.