ເປີດຝຶກອົບຮົມໄລຍະສັ້ນ ການນໍາໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈຳນວນສະມາຊິກປະກັນສັງຄົມ ພາກປະຈຳການ (ສະບັບປັບປຸງ)

ໃນວັນທີ 23 ກຸມພາ 2026, ກົມປະກັນສັງຄົມກອງທັບ ໄດ້ເປີດຝຶກອົບຮົມໄລຍະສັ້ນ ການນໍາໃຊ້ລະບົບຄຸ້ມຄອງ ແລະ ລາຍງານຈຳນວນສະມາຊິກປະກັນສັງຄົມ ພາກປະຈຳການ (ສະບັບປັບປຸງ) ໃຫ້ພະນັກງານຜູ້ທີ່ເຮັດວຽກງານປະກັນສັງຄົມ, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານປະກັນສັງຄົມກອງທັບ, ມີບັນດາສະຫາຍຄະນະກົມປະກັນສັງຄົມ, ພະແນກການ, ວິຊາການຂອງກົມປະກັນສັງຄົມ ພ້ອມດ້ວຍບັນດາສະຫາຍນັກຝຶກອົບຮົມເຂົ້າຮ່ວມ.
ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ມີຄໍາເຫັນກ່າວເປີດການຝຶກອົບຮົມໃນຄັ້ງນີ້ ບາງຕອນສະຫາຍກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ບັນດາສະຫາຍທີ່ມີໜ້າທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນ ການຕິດຕາມ ກວດກາ ແລະ ຄຸ້ມຄອງບັນຊີສະມາຊິກປະກັນສັງຄົມກອງທັບ ລວມທັງການນໍາໃຊ້ ລະບົບໂປຣແກຣມ ແລະ ອຸປະກອນຕ່າງໆທີ່ກົມປະກັນສັງຄົມປະກອບໃຫ້, ບັນຊີສະມາຊິກປະກັນສັງຄົມກໍຕ້ອງໃຫ້ເປັນເອກະພາບກັບບັນຊີຂອງກຳລົງພົນ, ພະນັກງານ ຕະຫຼອດຮອດບັນຊີການເງິນຂອງກົມກອງຂອງຕົນ. ເຊິ່ງໄລຍະຜ່ານມາ ກົມປະກັນສັງຄົມ ກໍໄດ້ມີການຈັດຕັ້ງຝຶກອົບຮົມການນໍາໃຊ້ລະບົບໂປຣແກຣມກ່ຽວກັບການຄຸ້ມຄອງສະມາຊິກປະກັນສັງຄົມໃຫ້ບັນດາກົມກອງໃນທົ່ວກອງທັບແລ້ວ, ເຖິງຢ່າງໃດກໍຕາມ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທາງກົມປະກັນສັງຄົມ ໄດ້ປັບປຸງ ແລະ ສ້າງໂປຣແກຣມທຽບບັນຊີພາກປະຈຳການ ແລະ ພາກ ບຳນານ ຄືນໃໝ່ ບວກໃສ່ກັບການຂະຫຍາຍຕົວຂອງກອງທັບພວກເຮົາ ເຮັດໃຫ້ມີການຊັບຊ້ອນ, ປ່ຽນແທນພະນັກງານ ເວົ້າລວມ, ເວົ້າສະເພາະ ກໍແມ່ນວຽກງານປະກັນສັງຄົມ ແລະ ການສ້າງຕັ້ງໃໝ່ຂອງບັນດາກົມກອງຈໍານວນໜຶ່ງ, ດັ່ງນັ້ນ ເພື່ອເຮັດໃຫ້ວຽກງານປະກັນສັງຄົມ ກໍຄືພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວ ມີຄວາມເຂົ້າໃຈ, ຖືກຕ້ອງ, ຄົບຖ້ວນ, ວ່ອງໄວ, ເປັນເອກະພາບ ໃນການຈັດຕັ້ງປະຕິບັດ.
ພ້ອມນີ້, ສະຫາຍໄດ້ຮຽກຮ້ອງມາຍັງບັນດາສະຫາຍນັກຝຶກອົບຮົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ເກັບກຳໃຫ້ໄດ້ເນື້ອໃນພື້ນຖານ, ຫຼັກການ ແລະ ບັນດາວິທີການຕ່າງໆຂອງລະບົບໂປຮແກຣມ ເພື່ອໃຫ້ສາມາດນໍາໄປໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງຂອງຕົນ, ເອົາໃຈໃສ່ປະຕິບັດລະບຽບຂອງການຝຶກອົບຮົມກໍຄືລະບຽບການອື່ນໆ ທີ່ຄະນະຮັບຜິດຊອບໄດ້ຊີ້ນຳ ຊຶ່ງທັງໝົດນັ້ນແມ່ນ ແນ່ໃສ່ເຮັດໃຫ້ການຝຶກອົບຮົມຄັ້ງນີ້ມີຜົນສໍາເລັດຕາມແຜນການ ແລະ ໄດ້ຮັບຜົນດີ.
ສໍາຫຼັບການຝຶກອົບຮົມຄັ້ງນີ້ຈະແບ່ງ ອອກເປັນ 3 ຊຸດ ແຕ່ລະຊຸດຈະໄດ້ດໍາເນີນເປັນເວລາ 5 ວັນ ຈະເນັ້ນໜັກພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ໂດຍ: ຄຳອ້າຍ ທອງວັນ