ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພົນໂທ ວັນທອງ ກອງມະນີ ນໍາພານາຍ ແລະ ພົນຕໍາຫຼວດ ປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຢູ່ ກະຊວງ ປກສ

ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ ທີ V ຢູ່ທີ່ໜ່ວຍປ່ອນບັດຈຸດຫ້ອງວ່າການກະຊວງ ແລະ ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ; ໂດຍມີ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ພົນຕີ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການກະຊວງ, ພົນໂທ ກົງທອງ ພົງວິຈິດ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ພົນຕີ ສົມວັນ ສາຍລ້ອງພາ ອະດີດຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ທີ່ມີສິດປ່ອນບັດເລືອກຕັ້ງ ທົ່ວຫ້ອງວ່າການກະຊວງ ແລະ ກົມສື່ສານ ເຂົ້າຮ່ວມ. ເພື່ອນຳໃຊ້ສິດປະຊາທິປະໄຕ ຂອງແຕ່ລະຄົນ ຕາມລັດຖະທໍາມະນູນ ແລະ ກົດຫມາຍ; ໃນການເລືອກຕັ້ງເອົາຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ກວ່າຫມູ່ ໃຫ້ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ແລະ ເປັນຜູ້ແທນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໄປປະຕິບັດໜ້າທີ່ ໄດ້ຢ່າງເຕັມປ່ຽມ ແລະ ມີກຽດ ຢູ່ໃນທັງສອງສະພາ.

ສໍາລັບຄາດຫມາຍ ການດໍາເນີນການປ່ອນບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ ທີ V ຢູ່ໜ່ວຍປ່ອນບັດຈຸດຫ້ອງວ່າການກະຊວງ ແລະ ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ແມ່ນຈະໃຫ້ສາມາດບັນລຸຕາມ 4 ຄາດໝາຍໃຫຍ່ ຄື: ຜູ້ມີສິດເລືອກຕັ້ງທັງໝົດຕ້ອງໄດ້ໄປເລືອກຕັ້ງໃຫ້ໄດ້ 100%, ການໄປເລືອກຕັ້ງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນ 100%, ການເລືອກຕັ້ງຕ້ອງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ 100% ແລະ ການເລືອກຕັ້ງຕ້ອງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ໄດ້ 100%