ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day August 20, 2025

ນ້ຳມັນພືດ ກັບ ນ້ຳມັນໜູ ແບບໃດມີສຸຂະພາບກວ່າກັນ?

ຈາກການຮຽນການສອນໃນວິຊາເຄມີ ເລື່ອງໄຂມັນ ແລະ ນຳ້ມັນ ກັບຄຳຖາມທີ່ວ່າ ນຳ້ມັນພືດກັບນຳ້ມັນສັດ ນຳ້ມັນຊະນິດໃດດີກ່ວາກັນ ? ຄຳຖາມຈາກນັກຮຽນຖືເປັນຈຸດເລີ່ມຕົ້ນແຫ່ງການຮຽນຮູ້ ແລະ ນຳໄປສູ່ການສ້າງອົງຄວາມຮູ້ ແລະ ເກີດເປັນອົງຄວາມຮູ້ຝັງແໜ້ນ ປູກຝັງໃຫ້ນັກຮຽນເກີດທັກສະຂະບວນການທາງວິທະຍາສາດ ແລະ ເປັນການສ້າງຄະຕິທີ່ດີຕໍ່ການຮຽນວິຊາວິທະຍາສາດ ເຊິ່ງເປັນພື້ນຖານຂອງການສ້າງນະວັດຕະກຳໃນອະນາຄົດ.

ກິນມັນດ້າງ “ຊ່ວຍຫຼຸດນ້ຳໜັກໄດ້ ເພາະອຸດົມໄປດ້ວຍ”ສານອາຫານ.

ສຳລັບທ່ານໃດທີ່ກຳລັງຈະຫລຸດນຳ້ໜັກ ເພື່ອໃຫ້ມີຮູບຮ່າງທີ່ດີ, ການຫລຸດນຳ້ໜັກ ຫລື ຄວບຄຸມອາຫານນັ້ນ ສິ່ງທີ່ຕ້ອງຫລຸດຫລາຍທີ່ສຸດແມ່ນແປ້ງ, ແຕ່ເຊື່ອຫລືບໍ່ວ່າ ການກິນມັນດ້າງທີ່ເປັນອາຫານປະເພດແປ້ງ ມີຄາໂບໄຮເດຣດສູງ ຊະນິດທີ່ຄົນຢ້ານຕຸ້ຍຢ້ານນັ້ນ ສາມາດຊ່ວຍຫລຸດນຳ້ໜັກໄດ້ດີ ເຊິ່ງຄວາມຈິງກ່ຽວກັບເລື່ອງນີ້ຈະເປັນມາແນວໃດນັ້ນ ມາເບິ່ງພ້ອມກັນເລີຍ.ມັນດ້າງ ເປັນພືດຫົວຊະນິດໜຶ່ງທີ່ມີກາກໄຍຫລາຍທີ່ສຸດໃນຈຳນວນພືດທັງໝົດ ເຊິ່ງມີສັບພະຄຸນຊ່ວຍຫລຸດລະດັບຄໍເລສເຕີໂຣນ, ອຸດົມໄປດ້ວຍສານອາຫານ, ແຮ່ທາດ ແລະ ວິຕາມິນຫລາຍຊະນິດ ເຊັ່ນ: ໂປຕັສຊຽມ ມີສ່ວນຊ່ວຍກຳຈັດໂຊດຽມສ່ວນເກີນໃນຮ່າງກາຍ, ຊ່ວຍປັບຄວາມດຸ່ນດ່ຽງຂອງໂຊດຽມໄດ້ເປັນຢ່າງດີ, ວິຕາມິນ A, ແບຕ້າແຄໂຣທີນ ເມື່ອປຸງແຕ່ງສຸກແລ້ວຈະໃຫ້ລົດຊາດນຸ້ມ ແລະ ຫວານ, ກິນແຊບອີ່ມທ້ອງ ແລະ ໃຫ້ພະລັງງານໜ້ອຍກ່ວາເມື່ອທຽບກັບເຂົ້າໃນປະລິມານເທົ່າກັນ ຈຶ່ງໃຫ້ຜົນໃນການຫລຸດນຳ້ໜັກ ຫລື ຫລຸດຄວາມຕຸ້ຍໄດ້ດີກ່ວາ.ການຫລຸດນຳ້ໜັກດ້ວຍການກິນມັນດ້າງແທນເຂົ້າ ຈະເຮັດໃຫ້ບໍ່ເກີດຄວາມເຄັ່ງຄຽດ, ໄດ້ສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ຈຶ່ງເໝາະສົມເປັນອາຫານສຳລັບຄົນທີ່ຢາກຫລຸດນຳ້ໜັກເປັນຢ່າງຍິ່ງ ແລະ ນອກຈາກນີ້,…

ເມື່ອ ສີ ມີຜົນຕໍ່ຄວາມ ຫິວ ການເລືອກຈານຈຶ່ງສຳຄັນ.

ມະນຸດສາມາດຮັບຮູ້ຄວາມຮູ້ສຶກໄດ້ຫລາຍທາງ ເມື່ອມີສິ່ງຕ່າງໆມາກະຕຸ້ນ ເຊິ່ງສາຍຕາເປັນໜຶ່ງສຳຜັດທີ່ປຸງແຕ່ງສະພາບດ້ານອາລົມໄດ້ດີ, ນັກປຸງແຕ່ງອາຫານສ່ວນຫລາຍໄດ້ເອົາຄວາມແຕກຕ່າງຂອງສີມາເປັນຕົວຊ່ວຍໃນການກະຕຸ້ນຄວາມຢາກອາຫານຂອງຜູ້ບໍລິໂພກ ລວມໄປເຖິງການໃຊ້ພາຊະນະໃສ່ອາຫານ, ການອອກແບບ, ການຕົກແຕ່ງ ແລະ ການສ້າງບັນຍາກາດພາຍໃນເຮືອນ ເຊິ່ງສິ່ງນີ້ສະແດງວ່າສີມີຜົນຕໍ່ຄວາມຮູ້ສຶກທີ່ແຕກຕ່າງກັນອອກໄປນັ້ນເອງ.

ແມ່ນເລື່ອງປົກກະຕິແທ້ບໍ? ເວລາກິນອາຫານເຜັດແລ້ວແສບທ້ອງຕະຫຼອດ ອາດຈະນໍາໄປສູ່ໂຣກຮ້າຍທີ່ອັນຕະລາຍຕໍ່ສຸຂະພາບໄດ້😥🌶🌶.

ແມ່ນເລື່ອງປົກກະຕິແທ້ບໍ? ເວລາກິນອາຫານເຜັດແລ້ວແສບທ້ອງຕະຫຼອດ ອາດຈະນໍາໄປສູ່ໂຣກຮ້າຍທີ່ອັນຕະລາຍຕໍ່ສຸຂະພາບໄດ້😥🌶🌶 ໃນຊ່ວງໄວລຸ້ນ ຫາ ໄວກາງຄົນ ການກິນເຜັດຖືວ່າເປັນຂອງຄູ່ກັນ ບາງຄົນຕິດກິນເຜັດຈົນຕ້ອງກິນທຸກມື້ ສົ່ງຜົນໃຫ້ບາງຄັ້ງອາດມີອາການແສບທ້ອງ ແລະ ມີອາການເຈັບທ້ອງຮ່ວມນໍາ ເເຕ່ຮູ້ບໍວ່າການກິນເຜັດແລ້ວແສບທ້ອງບໍ່ແມ່ນເລື່ອງປົກກະຕິ ແລະ ບໍ່ຄວນປ່ອຍຜ່ານ ເພາະອາດຈະເປັນສັນຍານເຕືອນຂອງໂຣກທາງເດີນອາຫານເຊັ່ນ:

ປະລິມານ ນໍ້າຕານ ທີ່ຄວນໄດ້ຮັບໃນໜຶ່ງມື້ ແຕ່ລະໄວອາຍຸຄວນກິນເທົ່າໃດ ຈຶ່ງບໍ່ຕຸ້ຍ.

ປະລິມານ ນໍ້າຕານ ທີ່ຄວນໄດ້ຮັບໃນໜຶ່ງມື້ ແຕ່ລະໄວອາຍຸຄວນກິນເທົ່າໃດ ຈຶ່ງບໍ່ຕຸ້ຍ.ເປັນຫຍັງເຮົາຈຶ່ງບໍ່ຄວນກິນນໍ້າຕານຫລາຍເກີນໄປໃນ 1 ມື້ ເພາະວ່າການກິນນໍ້າຕານຫລາຍເກີນໄປ ຈະກາຍເປັນພະລັງງານສ່ວນເກີນ ເຮັດໃຫ້ຮ່າງກາຍເກັບສະສົມໄວ້ໃນຮ່າງກາຍໃນຮູບແບບໄຂມັນ ສົ່ງຜົນເຮັດໃຫ້ນໍ້າໜັກເພີ່ມຂຶ້ນ.ແລ້ວປະລິມານນໍ້າຕານທີ່ຄວນກິນໃນ 1 ມື້ ຕາມຊ່ວງອາຍຸ ຄວນເທົ່າໃດ?ອົງການອະນາໄມໂລກແນະນໍາວ່າບໍ່ຄວນກິນນໍ້າຕານເກີນ 10% ຂອງພະລັງງານທັງໝົດທີ່ໄດ້ຮັບໃນແຕ່ລະມື້ ຫລື ຄິດໄລ່ເປັນປະລິມານນໍ້າຕານໄດ້ 6 ບ່ວງກາເຟ ຫລື 24 ກຣາມ, ແຕ່ກໍບໍ່ສະເໝີໄປ ເພາະຊ່ວງໄວອາຍຸມີການໃຊ້ພະລັງງານທີ່ຕ່າງກັນ ເຊິ່ງແຕ່ລະໄວອາຍຸຈຶ່ງຄວນກິນນໍ້າຕານໃຫ້ເໝາະສົມດັ່ງນີ້:

6 ເດືອນຕົ້ນປີ 2025 ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ

ອີງຕາມບົດສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງກົມໂຄສະນາອົບຮົມ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2025 ກົມໂຄສະນາອົບຮົມ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບ ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແຕ່ລະໄລຍະ, ກຳແໜ້ນ ຂໍ້ກຳນົດກົດລະບຽບຂອງກອງທັບ, ເອກະສານຕ່າງໆ ທີ່ສະແດງເຖິງທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ມູນເຊື້ອຂອງກົມກອງໂດຍຢຶດໝັ້ນໃນການຊີ້ນໍາ-ນໍາພາຂອງພັກ-ລັດກໍຄືກະຊວງປ້ອງກັນປະເທດວາງອອກ, ອັນພົ້ນເດັ່ນກວ່າໝູ່ ແມ່ນສ້າງໄດ້ຄວາມສາມັກຄີເປັນເອກະພາບ ທັງພາຍໃນ ແລະ ພາຍນອກ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນ…