ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານປກຊ-ປກສ ຢູ່ແຂວງບໍລິຄຳໄຊ

ວັນທີ 11 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງບໍລິຄຳໄຊ, ມີ ສະຫາຍ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານພັກແຂວງ ບໍລິຄຳໄຊ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ປອ ສຸວັນນີ ໄຊຊະນະ…


