ວິທີກິນຢາທີ່ປອດໄພມາໃຫ້ທຸກທ່ານໄດ້ຮູ້:

ຫລາຍຄົນທີ່ມີພະຍາດແຊກຊ້ອນຈາກການກິນຢາເມັດກັບນ້ຳອຸ່ນ ເພາະຢາຈະເປື່ອຍກ່ອນ ເລື່ອງນີ້ເປັນອີກຢ່າງໜຶ່ງທີ່ຫລາຍຄົນຄິດບໍ່ເຖິງ ດັ່ງນັ້ນ ເຮົາຈຶ່ງມີວິທີແນະນຳ ວິທີກິນຢາທີ່ປອດໄພມາໃຫ້ທຸກທ່ານໄດ້ຮູ້:
ຢາເມັດສາມາດລະລາຍໃນນ້ຳເຢັນໄດ້ ແຕ່ຫລັງຈາກກິນຢາແລ້ວ ຄວນດື່ມນ້ຳຫລາຍໆ ຖ້າແພດສັ່ງໃຫ້ກິນກ່ອນນອນ ກໍຄວນກິນກ່ອນນອນປະມານ 30 ນາທີ ແລະ ບໍ່ຄວນກິນຢາ ແລ້ວເຂົ້ານອນທັນທີ
ເວລາກິນຢາ ບໍ່ຄວນດື່ມນ້ຳອຸ່ນ ຫລື ນ້ຳຮ້ອນ, ນ້ຳໝາກໄມ້ ຫລື ນ້ຳຫວານ ທຸກຊະນິດ ທາງທີ່ດີຄວນດື່ມນ້ຳທຳມະດາ ແລະ ດື່ມໃຫ້ຫລາຍໆ.