ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າ.

ການສູນເສຍການຊົງຕົວໃນຜູ້ເຖົ້າມັກກ່ຽວຂ້ອງກັບອາການວິນຫົວ, ພະຍາດກະດູກ ແລະ ຂໍ້ເສື່ອມ, ກ້າມຊີ້ນອ່ອນແຮງ, ລະບົບປະສາດຮັບສຳຜັດເສື່ອມ, ພະຍາດທາງສະໝອງ, ພະຍາດທາງຈິດໃຈ ຫລື ຫລາຍສາເຫດລວມກັນ. ໃນຜູ້ເຖົ້າ ອາການວິນຫົວເປັນອາການເຕືອນ ເຊິ່ງບອກເຫດທີ່ຮຸນແຮງຫລາຍກ່ວາກຸ່ມອື່ນໆ ເນື່ອງຈາກມີຄວາມເປັນໄປໄດ້ສູງ ສ່ຽງກັບການລົ້ມ, ອ່ອນແຮງ, ສະໝອງເລີ່ມເສື່ອມ ຫລື ຫລາຍສາເຫດລວມກັນ. ນອກຈາກນີ້, ຜູ້ເຖົ້າມັກປ່ວຍເປັນພະຍາດຊຳ້ເຮື້ອຫລາຍກ່ວາ 1 ພະຍາດ ຈຶ່ງເປັນເຫດໃຫ້ຕ້ອງກິນຢາຫລາຍກ່ວາ 1 ຊະນິດເຊັ່ນກັນ. ຜູ້ເຖົ້າບາງຄົນບໍ່ມີພະຍາດສະເພາະທີ່ເຮັດໃຫ້ເກີດອາການວິນຫົວ, ເສຍການຊົງຕົວ ອາດເປັນອາການທີ່ຜູ້ປ່ວຍຮູ້ສຶກເອງ ແລະ ປ່ຽນແປງຕາມການແປຜົນ ໂດຍທັງຜູ້ປ່ວຍເອງ ແລະ ແພດຜູ້ເບິ່ງແຍງດູແລ.
ອາການວິນຫົວ ແລະ ເສຍການຊົງຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງເມື່ອອາຍຸເພີ່ມຂຶ້ນ ເຊິ່ງສາເຫດເບື້ອງຫລັງຍັງບໍເປັນທີ່ສະຫລຸບໄດ້. ນອກຈາກສິ່ງທີ່ນັກວິຊາການຫລາຍຝ່າຍຢັ້ງຢືນກົງກັນ ຄື ຜົນກະທົບທີ່ຕາມມາຕໍ່ສຸຂະພາບຮ່າງກາຍ, ອາລົມຈິດໃຈ ແລະ ຄວາມສູນເສຍທາງເສດຖະກິດ ເກີດຄວາມເຂົ້າໃຈຜິດໆວ່າເປັນກຸ່ມພະຍາດຂອງຜູ້ເຖົ້າ ຫລື ໄວຊະລາ ໝາຍເຖິງ ເມື່ອເຖົ້າແລ້ວກໍຈະວິນຫົວ ແພດຫລາຍທ່ານພະຍາຍາມໃຫ້ຜູ້ປ່ວຍປົງໃຈວ່າມັນເປັນແບບນັ້ນເອງ ເຊິ່ງໃນຄວາມເປັນຈິງອາດມີສາເຫດທີ່ແກ້ໄຂ ຫລື ປິ່ນປົວໄດ້ ຫລື ອາດເກີດມາຈາກປັດໄຈຕ່າງໆປະສົມກັນ ແລະ ໃນບາງຄົນມີຄວາມສັບຊ້ອນ ເຊິ່ງຕ້ອງຮ່ວມມືກັນຫາສາເຫດ ທັງຜູ້ປ່ວຍ, ຍາດພີ່ນ້ອງ ແລະ ແພດຜູ້ເບິ່ງແຍງ

  • ສາເຫດຂອງອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າ ມີຄື :
  1. ການປ່ຽນແປງຕາມໄວ ຄື ການເສື່ອມປະສິດທິພາບການເຮັດວຽກຂອງລະບົບປະສາດສຳຜັດ ແລະ ລະບົບປະສາດຄວບຄຸມກ້າມຊີ້ນຕະຫລອດທາງເດີນປະສາດ ແລະ ລະບົບກົນໄກການປະສົມປະສານຂອງສະໝອງພາກສ່ວນກາງ ຕົວຢ່າງທີ່ຈະແຈ້ງ ແມ່ນການສູນເສຍແຊນປະສາດຮັບສຳຜັດຂອງຫູຊັ້ນໃນ ເຊິ່ງອາດເກີດຈາກພະຍາດສະພາບ ໄດ້ແກ່ : ການຂາດເລືອດຫລໍ່ລ້ຽງ ເຊິ່ງພົບຫລາຍໃນຜູ້ເຖົ້າ.
  2. ພະຍາດສະພາບທີ່ເກີດໃນທຸກກຸ່ມອາຍຸ ແຕ່ພົບຫລາຍຂຶ້ນໃນຜູ້ເຖົ້າ ເນື່ອງຈາກການປ່ຽນແປງຕາມໄວເຮັດໃຫ້ພະຍາດສະພາບດັ່ງກ່າວດເກີດງ່າຍຂຶ້ນ ແລະ ເນື່ອງຈາກອາຍຸຍືນ ຈຶ່ງມີໂອກາດສຳຜັດພະຍາດສະພາບໄດ້ດົນກ່ວາ ພະຍາດທີ່ພົບໜ້ອຍ ຈະແຈ້ງ ແມ່ນພະຍາດຕະກອນຫີນປູນໃນຫູຊັ້ນໃນເຄື່ອນ ເຊິ່ງເປັນພະຍາດທີ່ພົບຫລາຍທີ່ສຸດໃນທຸກກຸ່ມອາຍຸ ແລະ ພົບຫລາຍຂຶ້ນໃນຜູ້ເຖົ້າ ຈາກການເສື່ອຂອງອະໄວຍະວະຮັບການຊົງຕົວໃນຫູຊັ້ນໃນ.
  3. ຄວາມຫລາກຫລາຍ ແລະ ການປ່ຽນແປງຂອງສິ່ງແວດລ້ອມ ແລະ ວິຖີຊີວິດ ເພີ່ມໂອກາດໃຫ້ເກີດອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າຫລາຍຂຶ້ນ, ມີປັດໄຈຫລວງຫລາຍທາງສິ່ງແວດລ້ອມ ແລະ ວິຖີຊີວິດທີ່ເຮັດໃຫ້ການຮັບຮູ້ສັບສົນ ແລະ ເສຍການຊົງຕົວ ປັດໄຈສຳຄັນທີ່ສຸດທີ່ພົບຫລາຍ ແມ່ນການກິນຢາຫລາຍຂະໜານ ແລະ ຜົນຂ້າງຄຽງຂອງຢາ ເນື່ອງຈາກມີພະຍາດຊຳ້ເຮື້ອ ຫລື ຄວາມຜິດປົກກະຕິຕ່າງໆ ເຊິ່ງຈະເພີ່ມໂອກາດທີ່ຈະມີອາການຈາກປະຕິກິລິຍາຕໍ່ກັນຂອງຢາ ໂດຍສະເພາະຢາທີ່ອອກລິດຕໍ່ລະບົບປະສາດ ເຊັ່ນ : ຢາຕ້ານອາການຊຶມເສົ້າ, ຢາກັນຊັອກ, ຢາກ່ອມປະສາດ ເປັນຕົ້ນ ຈະເພີ່ມຄວາມສ່ຽງຕໍ່ການລົ້ມໃນຜູ້ເຖົ້າ ເຮັດໃຫ້ເກີດອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າ.
  • ຫລັກການປິ່ນປົວອາການວິນຫົວ ແລະ ເສຍການຊົງຕົວໃນຜູ້ເຖົ້າ ມີຄື :
  1. ການປິ່ນປົວຕາມອາການ ໃຊ້ຢາກຸ່ມອອກລິດກົດລະບົບປະສາດການຊົງຕົວໃນຫູຊັ້ນໃນ ເພື່ອຫລຸດອາການມຶນງົງ ວິນຫົວຈາກການເຄື່ອນໄຫວຫົວ.
  2. ການປິ່ນປົວສະເພາະພະຍາດຂຶ້ນກັບສາເຫດຂອງອາການວິນຫົວ ແລະ ເສຍການຊົງຕົວ ພະຍາດທີ່ພົບຫລາຍໄດ້ແກ່ ພະຍາດ BPPV ພະຍາດເສັ້ນປະສາດການຊົງຕົວໃນຫູຊັ້ນໃນອັກເສບ, ພະຍາດຄວາມດັນນຳ້ໃນຫູຊຊັ້ນໃນຫລາຍຜິດປົກກະຕິ ຫລື ພະຍາດເມນິແອ ພະຍາດອື່ນໆ ເຊັ່ນ : ໄມເກຣນ ເປັນຕົ້ນ.
  3. ການຟື້ນຟູການຊົງຕົວ ເປັນການຈັດທ່າເຄື່ອນໄຫວໃນການບໍລິຫານຮ່າງກາຍ ແລະ ການຊົງຕົວຢ່າງເປັນລະບົບ ເພື່ອຝຶກຝົນຟື້ນຟູລະບົບປະສາດການຊົງຕົວ, ຫລຸດອາການວິນຫົວ ແລະ ເສຍການຊົງຕົວ ໃຫ້ສາມາດກັບມາໃຊ້ຊີວິດໄດ້ຕາມປົກກະຕິໃຫ້ຫລາຍທີ່ສຸດ ຈັດການຝຶກຝົນໂດຍນັກກາຍະພາບບຳບັດ ຫລື ນັກກິດຈະກຳບຳບັດທີ່ຊ່ຽວຊານພິເສດເບິ່ງແຍງດູແລຜູ້ເຖົ້າ.