ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day August 10, 2026

ກ້າວເຂົ້າສູ່ຍາມຝົນແລ້ວ… 🌧️ ນອກຈາກຈະຕ້ອງລະວັງການເດີນທາງ ຢ່າລືມກຽມຄວາມພ້ອມຮັບມື ຫາກເກີດນ້ຳຖ້ວມ ເພື່ອຄວາມປອດໄພຂອງທ່ານ ແລະ ຄອບຄົວ..

ກ້າວເຂົ້າສູ່ຍາມຝົນແລ້ວ… 🌧️ ນອກຈາກຈະຕ້ອງລະວັງການເດີນທາງ ຢ່າລືມກຽມຄວາມພ້ອມຮັບມື ຫາກເກີດນ້ຳຖ້ວມ ເພື່ອຄວາມປອດໄພຂອງທ່ານ ແລະ ຄອບຄົວ..

ອອກກຳລັງກາຍຍາມຝົນ! ຄວນເຮັດແນວໃດດີ

ອອກກຳລັງກາຍຍາມຝົນ! ຄວນເຮັດແນວໃດດີ Health | ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ. ສະນັ້ນ, ຈຶ່ງມີຄຳແນະນຳງ່າຍໆ ໃນການອອກກຳລັງກາຍໃນຊ່ວງຝົນຕົກມາຝາກ: ນີ້ອາດຈະເປັນຄຳແນະນຳເລັກໜ້ອຍ ທີ່ອາດຈະເປັນປະໂຫຍດສຳລັບທ່ານທີ່ມັກອອກກຳລັງກາຍໃນຊ່ວງລະດູຝົນ.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 9 ສິງຫາ 2026, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ…

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ.

ໃນວັນທີ 6 ສິງຫາ 2026, ຢູ່ທີ່ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ພົນເອກ ຫງວຽນ ຈ່ອງ ເຫງັຍ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-7 ສິງຫາ 2026. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ…