ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day February 16, 2026

ລັດຖະມົນຕີກະຊວງປ້ອງກັນປະເທດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ໃຫ້ແກ່ ການເລືອກຕັ້ງ ສສຊ ແລະ ສສຂ ແຂວງ ໄຊສົມບູນ.

ວັນທີ 12 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງໄຊສົມບູນ, ມີ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາຄະນະບໍລິຫານພັກແຂວງໄຊສົມບູນ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ…

ຜູ້ສະໝັກຮັບເລືອກຕັ້ງ ເຂດ 15 ແຂວງຈໍາປາສັກ ລົງເຄື່ອນໄຫວໂຄສະນາຫາສຽງຢູ່ກອງພົນທີ 5

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈຳນວນ 10 ທ່ານ (ຍິງ 2 ທ່ານ) ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ກອງພົນທີ 5 ໃນວັນທີ 13 ກຸມພາ 2026 ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃຫ້ກຽດຕ້ອນຮັບໂດຍສະຫາຍພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ5ພ້ອມດ້ວຍຄະນະນຳເມືອງບາຈຽງຈະເລີນສຸກ, ຄະນະພັກ-ຄະນະບັນຊາອົງການ, ກົມກອງຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ຜູ້ຮັບສະໝັກເລືອກຕັ້ງກໍໄດ້ຜັດປ່ຽນກັນຂຶ້ນສະເໜີຕົວ…