ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລັດຖະມົນຕີກະຊວງປ້ອງກັນປະເທດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ໃຫ້ແກ່ ການເລືອກຕັ້ງ ສສຊ ແລະ ສສຂ ແຂວງ ໄຊສົມບູນ.

ວັນທີ 12 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງໄຊສົມບູນ, ມີ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນຍາ ຮອງເລຂາຄະນະບໍລິຫານພັກແຂວງໄຊສົມບູນ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ ໄດ້ສໍາເລັດການອອກມະຕິແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ແບ່ງຄວາມຮັບຜິດຊອບພາຍໃນຢ່າງຈະແຈ້ງ, ສຳເລັດການຈັດຝຶກອົບຮົມວຽກງານກະກຽມການເລືອກຕັ້ງ ເພື່ອສ້າງຄວາມເປັນເອກະພາບໃນທົ່ວແຂວງ ໃຫ້ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ແລະ ຝຶກອົບຮົມແນະນໍາການລົງໂຄສະນາຫາສຽງ ໃຫ້ກັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສຳເລັດ, ໄດ້ເກັບກຳຈໍານວນພົນລະເມືອງຜູ້ມີສິດປ່ອນລັດເລືອກຕັ້ງ ທົ່ວແຂວງ ມີທັງໝົດ 56,000 ກວ່າຄົນຄົນ, ຍິງ 26,300 ກວ່າຄົນ, ມີ 114 ໜ່ວຍປ່ອນບັດ ພ້ອມນີ້ ກໍໄດ້ປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ X ຈໍານວນ 10 ສະຫາຍ, ເລືອກເອົາ 7 ສະຫາຍ ແລະ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 35 ສະຫາຍ, ເລືອກເອົາ 25 ສະຫາຍ ພ້ອມທັງ ຈັດພິມຮູບ ແລະ ປະຫວັດ ຂອງຜູ້ຮັບສະໝັກເລືອກຕັ້ງ ສຳເລັດ ປັດຈຸບັນກໍາລັງຈັດຕັ້ງການລົງໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ສໍາເລັດກ່ອນວັນທີ 21 ກຸມພາ 2026 ນີ້.

ໂອກາດນີ້ ສະຫາຍ ພົອ ຄຳລຽງ ອຸທະໄກສອນ ກໍໄດ້ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງ ຂັ້ນແຂວງ ເອົາໃຈໃສ່ໂຄສະນາ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໃຫ້ໄດ້ໃຊ້ສິດ ແລະ ພັນທະຂອງຕົນເຂົ້າໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແຂວງ ໂດຍໃຫ້ຖືເປັນບາງບຸນໃຫຍ່ສໍາຄັນຂອງທົ່ວປວງຊົນ, ຮັບປະກັນໃຫ້ບັນລຸຄາດໝາຍ ແລະ ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນຕາມຈໍານວນ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ( ບໍ່ໃຫ້ມີບັດຕາຍ ) ແລະ ຮັບປະກັນຄວາມສະຫງົບຄວາມປອດໄພ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ ພ້ອມທັງເນັ້ນໜັກໃຫ້ສອງກຳລັງ ປກຊ-ປກສ ເອົາໃຈໃສ່ຈັດຕັ້ງເວນຍາມເພື່ອໃຫ້ບັັ້ນເລືອກຕັ້ງໃນຄັ້ງນີ້ສຳເລັດຢ່າງຈົບງາມ.

ຈາກນັ້ນ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມຄະນະກໍໄດ້ມອບເຄື່ອງຈຳນວນໜື່ງໃຫ້ກອງບັນຊາການທະຫານແຂວງໄຊສົມບູນຕື່ມອີກ.