ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຜູ້ສະໝັກຮັບເລືອກຕັ້ງ ເຂດ 15 ແຂວງຈໍາປາສັກ ລົງເຄື່ອນໄຫວໂຄສະນາຫາສຽງຢູ່ກອງພົນທີ 5

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຈຳນວນ 10 ທ່ານ (ຍິງ 2 ທ່ານ) ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ກອງພົນທີ 5 ໃນວັນທີ 13 ກຸມພາ 2026 ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃຫ້ກຽດຕ້ອນຮັບໂດຍສະຫາຍພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ5ພ້ອມດ້ວຍຄະນະນຳເມືອງບາຈຽງຈະເລີນສຸກ, ຄະນະພັກ-ຄະນະບັນຊາອົງການ, ກົມກອງຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດນີ້, ຜູ້ຮັບສະໝັກເລືອກຕັ້ງກໍໄດ້ຜັດປ່ຽນກັນຂຶ້ນສະເໜີຕົວ ແລະ ຜ່ານປະຫວັດຫຍໍ້ການເຄື່ອນໄຫວຂອງຕົນ, ພ້ອມທັງສະເໜີວິໄສທັດໃນການພັດທະນາປະເທດຊາດໃຫ້ເກີດຜົນປະໂຫຍດແກ່ສັງຄົມ

ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນ ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ, ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດລະບອບການເມືອງໄລຍະໃໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ໃນຄັ້ງນີ້ ກໍເພື່ອໃຫ້ຄະນະພັກ-ຄະນະບັນຊາພະນັກງານຫຼັກແຫຼ່ງພາຍໃນກອງພົນທີ5 ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນມື້ເລືອກຕັ້ງ ໃຫ້ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍທີ່ກໍານົດໄວ້.

ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ແລະ ວິໄສທັດກວ້າງໄກ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.

ໂດຍ: ແສງອາທິດ