ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກະຊວງປ້ອງກັນປະເທດ ປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 115 ປີ

ວັນທີ 17 ກໍລະກົດ 2024 ນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນຄ້າຍວັນເກີດ ຂອງທ່ານປະທານ ສຸພານຸວົງ ຄົບຮອບ 115 ປີ (13/7/1909-13/7/2024), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ກົມໃຫຍ່, ຫ້ອງວ່າການ, ກົມ, ກອງ, ຫ້ອງການ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານ-ນັກຮົບ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ, ຊີວິດການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ກໍຄື ຂອງພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ໃນການຊີ້ນຳ-ນໍາພາ ກອງທັບ ກໍຄືປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດ ໃນແຕ່ລະໄລຍະທີ່ສ່ອງແສງເຖິງຜົນງານອັນຍີ່ງໃຫຍ່ ແລະ ຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ, ມີຄວາມສະຫຼຽວສະຫຼາດ, ມີຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດມີຜົນ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະ ຍາມໃດເພິ່ນກໍຍົກສູງຜົນປະໂຫຍດລວມ ຂອງຊາດ, ຂອງປະຊາຊົນ ຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ. ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານບໍ່ຍອມຈໍານົນ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ. ຍ້ອນນໍ້າໃຈອັນແຮງກ້າ ຂອງບັນດາຜູ້ນໍາທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງບັນດາຜູ້ນຳໃນວິລະກຳເຫດການໂຕນຄຸກຢ່າງມະຫັດສະຈັນໄປສູ່ເຂດທີ່ໝັ້ັນຂອງການປະຕິວັດຢ່າງປອດໄພ ແລະ ນໍາພາຂະບວນການປະຕິວັດຕໍ່ສູ້ກູ້ຊາດຈົນຍາດໄດ້ໄຊຊະນະ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ການຈັດຕັ້ງປາຖະກະຖາຄັ້ງນີ້, ກໍເພື່ອແນ່ໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ-ສິນທຳປະຕິວັດ, ຄຸນງາມຄວາມດີຂອງທ່ານປະທານ ສຸພານຸວົງ ເພື່ອເປັນບົດຮຽນໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງ ມີຄວາມເຂັ້ມແຂງໜັກແໜ້ນ. ໂອກາດນີ້. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ເໜັ້ນໜັກມາຍັງ ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນນຳເອົາ ເນື້ອໃນຈິດໃຈຂອງການປາຖະກະຖາຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີ ວິດປະຈຳວັນ ແລະ ໜ້າທີ່ວຽກງານຕົວຈິງຂອງກົມກອງຢ່າງປະດິດສ້າງ, ຕັ້ງໜ້າປັບປຸງແບບແຜນ ວິທີເຮັດວຽກ ແລະ ການດຳລົງ ຊີວິດທີ່ດີ, ຕ້ານແນວຄິດບໍ່ດີໃນທຸກ ຮູບແບບທີ່ີເປັນການລະເມີດຕໍ່ຂໍ້ ກຳນົດກົດລະບຽບຂອງກອງທັບ ແລະ ກົດໝາຍຂອງລັດ, ຕັ້ງໜ້າ ສຶກສາຮໍ່າຮຽນ, ເປັນເຈົ້າການ ເຝິກຝົນຫຼໍ່ຫຼອມຕົນ ເອງເປັນແບບ ຢ່າງແກ່ມະຫາຊົນທາງດ້ານ ຄວາມຮູ້ຄວາມສາມາດ, ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາມັກຄີກັບປະຊາຊົນລາວບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ໄພນາລິນ

ຮູບພາບປະກອບ

One comment

Leave a Reply to A WordPress CommenterCancel Reply

Your email address will not be published. Required fields are marked *