ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day November 4, 2026

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ

ວັນທີ 3 ພະຈິກ 2026, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026. ທ່ານ…

ມູນເຊື້ອ 65 ປີ ແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຜົນງານອັນສະຫງ່າລາສີຂອງເຫຼົ່າຮົບລົດຕັງ-ຍານເກາະ

ຕະຫຼອດໄລຍະ 65 ປີ ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ແລະ ໃກ້-ຊິດຕິດແທດຂອງພັກ-ລັດ ກໍຄືຄະນະນຳກະຊວງປ້ອງກັນປະເທດ, ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເປັນກຳລັງກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ເປັນບ່ອນອີງອັນໜັກແໜ້ນຂອງກອງທັບ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງສາມາດຈາລຶກຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ໄວ້ໃນໜ້າປະຫວັດສາດແຫ່ງການຕໍ່ສູ້ອັນພິລະອາດຫານ ແລະ ມີໄຊຂອງກອງທັບປະຊາຊົນລາວຢ່າງສົມກຽດ. ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ປະຫວັດມູນເຊື້ອການກຳເນີດ ແລະ ຜົນງານຂອງເຫຼົ່າຮົບແມ່ນມີຄວາມຕິດພັນກັບໄລຍະປະຫວັດສາດອັນດຸເດືອດ; ພາຍຫຼັງປະກາດສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວໃນປີ 1949 ແລະ ພັກປະຊາຊົນລາວໃນປີ 1955 ໄດ້ນຳພາປະຊາຊົນຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ,…