ມູນເຊື້ອ 65 ປີ ແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຜົນງານອັນສະຫງ່າລາສີຂອງເຫຼົ່າຮົບລົດຕັງ-ຍານເກາະ

ຕະຫຼອດໄລຍະ 65 ປີ ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ແລະ ໃກ້-ຊິດຕິດແທດຂອງພັກ-ລັດ ກໍຄືຄະນະນຳກະຊວງປ້ອງກັນປະເທດ, ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເປັນກຳລັງກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ເປັນບ່ອນອີງອັນໜັກແໜ້ນຂອງກອງທັບ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງສາມາດຈາລຶກຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ໄວ້ໃນໜ້າປະຫວັດສາດແຫ່ງການຕໍ່ສູ້ອັນພິລະອາດຫານ ແລະ ມີໄຊຂອງກອງທັບປະຊາຊົນລາວຢ່າງສົມກຽດ.
ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ປະຫວັດມູນເຊື້ອການກຳເນີດ ແລະ ຜົນງານຂອງເຫຼົ່າຮົບແມ່ນມີຄວາມຕິດພັນກັບໄລຍະປະຫວັດສາດອັນດຸເດືອດ; ພາຍຫຼັງປະກາດສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວໃນປີ 1949 ແລະ ພັກປະຊາຊົນລາວໃນປີ 1955 ໄດ້ນຳພາປະຊາຊົນຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ, ຕົກມາເຖິງປີ 1960 ສະຖານະການກຳລັງປະກອບອາວຸດຖືກສັດຕູກົດໜີບຢ່າງຂັບຂັນ, ຄະນະນຳສູນກາງແນວລາວຮັກຊາດ ຈຶ່ງໄດ້ຕີລາຄາ ແລະ ເຫັນຄວາມຈຳເປັນຕ້ອງເສີມກຳລັງໃຫ້ເຂັ້ມແຂງ, ຫຼັງຈາກຍາດໄດ້ໄຊຊະນະປົດປ່ອຍທົ່ງໄຫຫີນ ແຂວງຊຽງຂວາງ ໃນວັນທີ 1 ມັງກອນ 1961, ດ້ວຍໄຫວພິກອັນຫຼັກແຫຼມຂອງຄະນະນຳຝ່າຍແນວລາວຮັກຊາດ ທີ່ໄດ້ກຳກາລະໂອກາດຂໍແບ່ງປັນລົດຕັງ-ລົດຫຸ້ມເກາະ ຈາກກຳລັງຝ່າຍເປັນກາງ (ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກອະດີດສະຫະພາບໂຊຫວຽດ), ຈຶ່ງໄດ້ປະກາດສ້າງຕັ້ງ “ເຫຼົ່າຮົບລົດຕັງ-ຍານເກາະ” ຂຶ້ນຢ່າງເປັນທາງການ ໃນວັນທີ 1 ຕຸລາ 1961 ຢູ່ແຂວງຊຽງຂວາງ ໂດຍຈັດຕັ້ງເປັນກອງຮ້ອຍທຳອິດ (ລະຫັດ ຄໍ 161) ມີກຳລັງພົນ 35 ສະຫາຍ, ບັນຊາໂດຍ ສະຫາຍ ຄຳຮຸ່ງ (ຫົວໜ້າການທະຫານ) ແລະ ສະຫາຍ ສິນ (ຫົວໜ້າການເມືອງ), ພ້ອມດ້ວຍລົດຕັງ IT-76 ຈຳນວນ 3 ຄັນ ແລະ ລົດຫຸ້ມເກາະ БТР-152 ຈຳນວນ 4 ຄັນ.
ມາຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຫຼົ່າຮົບໄດ້ຮັບການບຳລຸງ ແລະ ພັດທະນາກຳລັງຂຶ້ນເປັນກ້າວໆ ເຊັ່ນ: ສ້າງຕັ້ງພະແນກລົດຕັງ-ຍານເກາະໃຫ້ 5 ກອງພົນ ແລະ 6 ກອງບັນຊາການທະຫານແຂວງ, 6 ກອງພັນ, 2 ກອງຮ້ອຍ, 7 ໝວດຍານເກາະ, ປະກາດເປັນສູນຝຶກລົດຕັ້ງ-ຍານເກາະ 620, ສ້າງຕັ້ງກອງພັນໃຫຍ່ 661 ໃນວັນທີ 18 ມີນາ 2015, ສ້າງຕັ້ງ 6 ຄະນະວິຊາຄູລົດຕັງ-ຍານເກາະຂຶ້ນກັບ 5 ວິທະຍາຄານ ແລະ 2 ໂຮງຮຽນ, ພ້ອມທັງສ້າງຕັ້ງກອງພັນ ແລະ ກອງຮ້ອຍຍານເກາະຕື່ມອີກຫຼາຍກົມກອງ, ຜ່ານການສູ້ຮົບທັງນ້ອຍ ແລະ ໃຫຍ່ 300 ຄັ້ງ, ສາມາດສັງຫານສັດຕູໄດ້ 350 ບັກ, ຈັບສະເລີຍເສິກ 40 ບັກ, ທຳລາຍປືນໃຫຍ່ 10 ກະບອກ, ລົດຕັງ 4 ຄັນ, ຍິງຍົນຕົກ 2 ລຳ ພ້ອມທັງຍຶດ ແລະ ທຳລາຍເຄື່ອງເສິກໄດ້ຈຳນວນຫຼວງຫຼາຍ. ຈາກຜົນງານດັ່ງກ່າວ, ກົມກອງຈຶ່ງໄດ້ຮັບການຍ້ອງຍໍຢ່າງສົມກຽດ ເຊັ່ນ: ກອງຮ້ອຍລົດຕັງ 161 ໄດ້ຮັບນາມມະຍົດເປັນ “ກອງຮ້ອຍວິລະຊົນ” ຢ່າງສົມກຽດ (ປະກາດນາມມະຍົດໂດຍ: ທ່ານ ສີພອນ ຜາລິຂັນ), ພ້ອມດຽວກັນນັ້ນ ບຸກຄົນ ແລະ ກົມກອງທົ່ວເຫຼົ່າຮົບຍັງໄດ້ຮັບການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆ ຢ່າງຫຼວງຫຼາຍ ຄື: ຫຼຽນໄຊອິດສະຫຼະ ຊັ້ນ I ຈຳນວນ 2 ໜ່ວຍ, ຊັ້ນ II ຈຳນວນ 4 ໜ່ວຍ; ຫຼຽນໄຊພິລະອາດຫານ ຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II ຈຳນວນ 16 ໜ່ວຍ, ຊັ້ນ III ຈຳນວນ 33 ໜ່ວຍ; ຫຼຽນໄຊຊະນະເລີດ 5 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II ຈຳນວນ 17 ໜ່ວຍ, ຊັ້ນ III ຈຳນວນ 35 ໜ່ວຍ; ຫຼຽນກາແຮງງານ 40 ໃບ, ໃບຍ້ອງຍໍລວມທັງໝົດ 4.172 ໃບ, ມີນັກຮົບວິລະຊົນ 1 ສະຫາຍ ແລະ ນັກຮົບແຂ່ງຂັນ 11 ສະຫາຍ.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີນີ້, ທິດທາງແຜນການໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີລະບຽບແບບແຜນນຳພາ-ຊີ້ນຳຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ ແລະ ພະນັກງານ, ພ້ອມທັງຕັ້ງໜ້າປັບປຸງກໍ່ສ້າງເຫຼົ່າຮົບລົດຕັງ-ຍານເກາະໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ສັງລວມແລ້ວ: ຕະຫຼອດໄລຍະ 65 ປີ ຜ່ານມາ ໄດ້ເປັນການຢັ້ງຢືນຢ່າງໜັກແໜ້ນວ່າ ເຫຼົ່າຮົບລົດຕັງ-ຍານເກາະ ແມ່ນກຳລັງເຫຼັກກ້າອັນແຫຼມຄົມ ແລະ ເປັນບ່ອນອີງອັນໄວ້ວາງໃຈໄດ້ຂອງພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ເຊິ່ງພ້ອມແລ້ວທີ່ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ປະຕິບັດທຸກໜ້າທີ່ການເມືອງທີ່ຖືກມອບໝາຍ ໃຫ້ໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ໂດຍ: ຄຳອ້າຍ ທອງວັນ
ดูน้อยลง