ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day March 12, 2026

ການສະໜອງນ້ຳມັນ ພາຍໃນປະເທດເຮົາ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້

ໃນຕອນບ່າຍວັນທີ 11 ມີນາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ສະພາບການສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ມາຍັງພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ຊາບທົ່ວເຖິງກັນວ່າ: ຈາກສະພາບຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ຢູ່ເຂດຕາເວັນອອກກາງ ຊຶ່ງເປັນເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ການຜະລິດ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ຈາກແຫຼ່ງດັ່ງກ່າວ ມີຄວາມຈຳກັດ ແລະ ສົ່ງຜົນກະທົບຕໍ່ຫຼາຍໆປະເທດໃນໂລກ ລວມທັງ…