ການສະໜອງນ້ຳມັນ ພາຍໃນປະເທດເຮົາ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້

ໃນຕອນບ່າຍວັນທີ 11 ມີນາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ສະພາບການສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ມາຍັງພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ຊາບທົ່ວເຖິງກັນວ່າ: ຈາກສະພາບຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ຢູ່ເຂດຕາເວັນອອກກາງ ຊຶ່ງເປັນເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ການຜະລິດ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ຈາກແຫຼ່ງດັ່ງກ່າວ ມີຄວາມຈຳກັດ ແລະ ສົ່ງຜົນກະທົບຕໍ່ຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ ພວກເຮົາ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ແລະ ປະລິມານຄວາມສາມາດນໍ້າເຂົ້ານໍ້າມັນ ກໍມີທ່າອ່ຽງຫຼຸດລົງ, ຖ້າຫາກສະພາບການດັ່ງກ່າວຍັງສືບຕໍ່ແກ່ຍາວ ກໍຈະສົ່ງຜົນກະທົບຫຼາຍດ້ານຕໍ່ເສດຖະກິດ-ສັງຄົມ ລວມທັງ ການປະຕິບັດຄາດໝາຍຕ່າງໆ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານ ແມ່ນບໍ່ໄດ້ນິ້ງເສີຍ ໂດຍໄດ້ສົມທົບກັບອົງການປົກຄອງທຸກຂັ້ນ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອນໍານໍ້າມັນ ມາສະໜອງໃຫ້ແກ່ສັງຄົມ ແລະ ໂຄງການພັດທະນາຕ່າງໆ ໄດ້ໂດຍພື້ນຖານ ແລະ ພະຍາຍາມບໍ່ໃຫ້ເກີດມີສະພາບການຂາດແຄນນໍ້າມັນ, ທີ່ຜ່ານມາບາງປໍ້າ ແມ່ນນໍ້າມັນຂາດຊົ່ວຄາວ ຍ້ອນການຂົນສົ່ງຈາກສາງ ຫາປໍ້າ ບໍ່ທ່ວງທັນ. ພ້ອມກັນນັ້ນ ກໍໄດ້ສົມທົບກັບບັນດາປະເທດອ້ອມຂ້າງ ທີ່ມີກົນໄກການຮ່ວມມືກັນມາກ່ອນແລ້ວ ເພື່ອຮັບມືກັບສະພາບການທີ່ອາດເກີດຂຶ້ນ ເຖິງແມ່ນວ່າ ລາຄາຈະເພີ່ມຂຶ້ນກໍຕາມ. ປັດຈຸບັນ ຂໍຢືນຢັນວ່າ ການສະໜອງນ້ຳມັນ ພາຍໃນປະເທດ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້ ແລະ ຍັງມີປະລິມານສຳຮອງທີ່ພຽງພໍສຳລັບການຊົມໃຊ້ ໃນໄລຍະໜຶ່ງ, ການນຳເຂົ້າຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ, ທີ່ສໍາຄັນ ລັດຖະບານ ໄດ້ມີມາດຕະການສຸກເສີນ ແລະ ສະເພາະໜ້າ ເປັນຕົ້ນ ໄລຍະ 1-30 ວັນ, ໄລຍະ 3-12 ເດືອນ ໄວ້ແລ້ວ ຊຶ່ງບັນດາມາດຕະການດັ່ງກ່າວ ອາດຕ້ອງໄດ້ປັບປຸງໃຫ້ລະອຽດ ແລະ ແທດເໝາະກັບການຜັນແປຂອງສະພາບການໃນແຕ່ລະວັນ, ທັງຈະໄດ້ສືບຕໍ່ຕິດຕາມ ແລະ ວາງມາດຕະການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າ ຢ່າງຮອບຄອບ, ຮັດກຸມ ແລະ ທັນກັບສະພາບການ.
ສະນັ້ນ, ໃນໂອກາດນີ້ ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ນໍ້າມັນເຊື້ອໄຟ, ການນຳໃຊ້ຍານພາຫະນະ ໂດຍຫັນໄປນຳໃຊ້ລົດໄຟຟ້າ, ລົດສາທາລະນະ ໂດຍສານມວນຊົນ ແລະ ໃນຕໍ່ໜ້າ ລັດຖະບານ ຈະພິຈາລະນານະໂຍບາຍປິ່ນອ້ອມ ເຊັ່ນ ການເຮັດວຽກແບບທາງໄກ ເປັນຕົ້ນ. ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼື ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ໄດ້.
ໃນຕອນທ້າຍ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ໃຫ້ການຊ່ວຍເຫຼືອ ຮ່ວມມືເຊິ່ງກັນ ແລະ ກັນ ໃນຍາມຫຍຸ້ງຍາກ, ນຳໃຊ້ຂໍ້ມູນຂ່າວສານຢ່າງມີສະຕິ, ທັງມີສະຕິ ຕໍ່ກົນອຸບາຍກ່າວທັບຖົມໂຈມຕີ-ໃສ່ຮ້າຍປ້າຍສີ ທີ່ບໍ່ສ້າງສັນ ຂອງກຸ່ມຄົນທີ່ບໍ່ຫວັງດີ; ແລະ ປະຕິບັດໜ້າທີ່ຂອງຕົນ ໃຫ້ດີທີ່ສຸດ ຈຶ່ງຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າຄວາມສ່ຽງ-ຄວາມຫຍຸ້ງຍາກຕ່າງໆ ໄປໄດ້ດ້ວຍດີ.
ໂດຍ: ສີສະຫວັດ