ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day August 18, 2025

ລັດຖະທຳມະນູນ ເປັນກົດໝາຍພື້ນຖານແຫ່ງລັດ, ທີ່ຫັນແນວທາງຂອງພັກ ເປັນອັນລະອຽດ.

ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ; ແມ່ນຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ; ເປັນການຢືນຢັນ ເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາຕໍ່ກັບສາ ກົນ, ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດ ດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍສ້າງປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ,…