ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Day August 11, 2025

ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບເພື່ອສ້າງໃຫ້ກອງທັບປະຊາຊົນລາວ ກາຍເປັນກໍາລັງ, ເປັນພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃນລະຫວ່າງວັນທີ 07-08 ສິງຫາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ກອງທັບກອງທັບປະຊາຊົນລາວຄື: ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ; ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວ ວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ກອງທັບເຮົາຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີຕໍ່ປະຊາຊົນ ຕໍ່ຊາດ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ…

ກໍາລັງປ້ອງກັນຊາດຕ້ອງ: “ຮູ້ໃຫ້ທັນ, ກຳໃຫ້ແໜ້ນ, ຕີຕ້ານໃຫ້ຖືກຈຸດ, ທັນການ, ເດັດຂາດ, ວ່ອງໄວ ແລະ ຊັດເຈນ” ຕໍ່ແຕ່ລະເຫດການທີ່ເກີດຂຶ້ນ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ດໍາເນີນໃນລະຫວ່າງວັນທີ 07-08 ສິງຫາ 2025 ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ ສືບຕໍ່ນໍາພາຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງຕັ້ງໜ້າໂດຍເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກກະຊວງລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງສູນກາງ…

ສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນ ແລະ ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ເລີ່ມແຕ່ວັນທີ 7 ຫາ ວັນທີ 8 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,…

ຍົກສູງວຽກງານພະລາທິການກອງທັບ, ເພື່ອສ້າງກຳລັງແຮງສັງລວມ, ກຽມພ້ອມເຮັດສໍາເລັດທຸກໜ້າທີ່ຕາມການມອບຂອງຂັ້ນເທິງ.

ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ສໍາຄັນທີ່ນອນຢູ່ໃນວຽກງານການທະຫານຂອງພັກ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາ ເດັດຂາດ ໂດຍກົງຮອບດ້ານຂອງຄະນະພັກກະຊວງປ້ອງກັນປະເທດ, ເຮັດໜ້າທີ່ຈັດຕັ້ງຮັບປະກັນກຳລັງຊັບ, ສະໜອງໃຫ້ກອງທັບເຮັດສໍາເລັດໜ້າທີ່ໃນທຸກສະພາບການ ເຊິ່ງໃນນີ້ ຄະນະພັກກົມໃຫຍ່ພະລາທິການກອງທັບ ເວລາໃດກໍເປັນເຈົ້າການຍົກສູງຄວາມຮັບຜິດ ຊອບຂອງຕົນ ຊີ້ນໍາກໍ່ສ້າງກໍາລັງ, ປັບປຸງແບບແຜນນໍາພາ ຕາມພາລະບົດບາດຂອບເຂດສິດ, ໜ້າທີ່ ຖືກຕ້ອງຕາມລະບຽບຫຼັກການວິຊາສະເພາະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ. ຮັບປະກັນໄດ້ກຳລັງແຮງສັງລວມ ຄວາມສາມາດສູ້ຮົບ, ເຮັດສຳເລັດໜ້າທີ່ຕາມຄະນະພັກຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ. ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດສະໄໝກອງປະຊຸມໃຫຍ່ ຄັ້ງທີ V ຜ່ານມາ ໄດ້ຮັບປະກັນໃຫ້ຫຼາຍບັ້ນຝຶກອົບຮົມ, ສະແດງ, ຊ້ອມຮົບ, ເກັບກູ້ລະເບີດ, ໄພພິບັດ ແລະ ອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດ,…

ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI

ໃນວັນທີ 8 ສິງຫາ 2025, ສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ,…