ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຈັດກິດຈະກຳແຂ່ງຂັນເຕະບານມິດຕະພາບສະຫຼອງ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງສື່ມວນຊົນ ກັບພະນັກງານ ບໍລິສັດເບຍລາວ ຈໍາກັດ ຂຶ້ນໃນວັນທີ 9 ສິງຫາ 2024 ທີ່ເດີ່ນບານຫຍ້າທຽມວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ (ຖວທ) ແລະ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍ ການຝ່າຍກິດຈະກຳເພື່ອສັງຄົມ ແລະ ບໍລິຫານບໍລິສັດ ເບຍລາວ ຈຳກັດ, ມີທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳສື່ມວນຊົນຈາກທຸກຂະແໜງການ ແລະ ນັກກິລາທັງສອງພາກສ່ວນເຂົ້າຮ່ວມ.

ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນ, ຍັງເປັນການຮັດແໜ້ນຄວາມສາມັກຄີພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານສື່ມວນຊົນ ກັບ ພະນັກງານບໍລິສັດເບຍລາວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ເຊິ່ງການຈັດກິດຈະກຳຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດເບຍລາວ. ບັນຍາກາດຂອງການແຂ່ງຂັນໄດ້ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ.