ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເປີດເທດສະການຮູບເງົາດີເດັ່ນລາວ-ຈີນ 2025

ວິທະຍຸໂທລະພາບ ສູນກາງຈີນ (CMG) ປະຈໍາລາວຮ່ວມກັບກົມຮູບເງົາ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2025 ຂຶ້ນຢ່າງເປັນທາງການໃນວັນທີ 29 ຕຸລາ 2025, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ເລັດ ໄຊຍະພອນ ປະທານສູນກາງກຳມະບານລາວ, ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງ ວທ ໄດ້ມີຄຳເຫັນວ່າ: ພິທີສາຍຮູບເງົາດີເດັ່ນລາວ-ຈີນ ປະຈໍາປີ 2025, ເຊິ່ງເປັນສັນຍາລັກທີ່ສຳຄັນຂອງການເຊື່ອມຕໍ່ຈິດໃຈລະຫວ່າງປະຊາຊົນຈີນ ແລະ ລາວ, ຜ່ານຮູບພາບ ແລະ ເລື່ອງລາວທີ່ໜ້າສົນໃຈໄດ້ສະທ້ອນສາຍພົວພັນທາງວັດທະນະທໍາອັນເລິກເຊິ່ງລະຫວ່າງສອງຊາດຈີນ-ລາວ. ຮູບເງົາດີເດັ່ນລາວ-ຈີນ ນີ້ແມ່ນການລິເລີ່ມທີ່ເປັນປະໂຫຍດເພື່ອເຮັດໃຫ້ການແລກປ່ຽນວັດທະນະທຳລະຫວ່າງຈີນ ແລະ ລາວເລິກເຊິ່ງຂຶ້ນ ແລະ ສົ່ງເສີມສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນດ້ວຍກັນ.

ທ່ານ ຫວາງຊາງ ອຸປະທູດຊົ່ວຄາວຂອງສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນ ໄດ້ຈັດຕັ້ງປະຕິບັດມາຫຼາຍປີແລ້ວ, ແຕ່ລະປີ, ຮູບເງົາທີ່ດີເດັ່ນຂອງຈີນທີ່ພາກສຽງເປັນພາສາລາວຢ່າງລະອຽດ, ໄດ້ນຳສະເໜີການພັດທະນາ ແລະ ການຫັນປ່ຽນຂອງຈີນ, ຄວາມກ້າຫານ ດຸໝັ່ນຂະຫຍັນພຽນຂອງປະຊາຊົນ ແລະ ຄວາມຫຼາກຫຼາຍຂອງວັດທະນະທໍາໃຫ້ແກ່ຜູ້ຊົມລາວຢ່າງມີຊີວິດຊີວາ ເພື່ອສ້າງຂົວເຊື່ອມຕໍ່ທີ່ໜັກແໜ້ນຂອງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງລາວ-ຈີນໂດຍຜ່ານການເດີນສາຍຮູບເງົາ. ພ້ອມກັນນັ້ນ, ຫວັງວ່າ ຮູບເງົາ, ວັດທະນະທໍາ ແລະ ສິລະປະຂອງລາວທີ່ດີເດັ່ນ ຈະເຂົ້າໄປໃນປະເທດຈີນຫຼາຍຂຶ້ນ, ເພື່ອໃຫ້ປະຊາຊົນຈີນສາມາດເຂົ້າໃຈສະເໜ່ທີ່ເປັນເອກະລັກຂອງລາວຫຼາຍຂຶ້ນ. ເທດສະການຮູບເງົາດີເດັ່ນລາວ-ຈີນ ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາຊົນຈີນ ຄົບຮອບ 76 ປີ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເທດສະການຮູບເງົາດີເດັ່ນລາວ-ຈີນຄັ້ງນີ້ ມີຮູບເງົາດີເດັ່ນຈີນ 2 ເລື່ອງຄື: ສະບາຍດີອີ່ແມ່, ມະນຸດດວງຈັນ ແລະ ທີມງານສາຍຮູບເງົາຍັງຈະອອກເດີນທາງໄປສາຍຮູບເງົາຢູ່ 3 ແຂວງຂອງລາວຄື: ຫົວພັນ, ຫຼວງພະບາງ ແລະ ຈໍາປາສັກ.