ຊ້ອມປະສານສຽງກ້ອນເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຄັ້ງທີ 3





ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ, ດັ່ງນັ້ນ ໃນຕອນເຊົ້າວັນທີ 20 ຕຸລາ 2025, ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ. ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ໄດ້ສ້າງແຜນການຈັດຕັ້ງການຊ້ອມປະສານສຽງກ້ອນເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຄັ້ງທີ 3 ໃຫ້ບັນລຸຕາມຈຸດປະສົງຄາດໝາຍ. ນຳໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາຄະນະຊີ້ນໍາການເດີນສວນສະໜາມ, ຄະນະນຳຊີ້ນຳແຕ່ລະກ້ອນກໍາລັງ ພ້ອມດ້ວຍກ້ອນສວນສະໜາມ 18 ກ້ອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍຫຼັງສຳເລັດ ການຊ້ອມປະສານສຽງກ້ອນເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຄັ້ງທີ 3, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນຊີ້ນຳເນັ້ນໃຫ້ແຕ່ລະກ້ອນກຳລັງ ຈົ່ງເອົາໃຈໃສ່ກຳແໜ້ນບັນດາຫຼັກການໃຫ້ເຂັ້ມງວດ, ປະສານສຽງກ້ອນກຳລັງໃຫ້ມີວິທະຍາສາດ ເພື່ອໃຫ້ທັນສະໄໝກວ່າເກົ່າ, ສີໜ້າຕ້ອງເຂັ້ມແຂງ, ເອົາໃຈໃສ່ອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກຕ່າງໆ ແລະ ຕັ້ງໜ້າຝຶກຊ້ອມໃຫ້ໜັກຂຶ້ນ ເພື່ອເຮັດໃຫ້ການເດີນສວນສະໜາມວັນຊາດທີ 2 ທັນວາ ມີຄວາມເຂັ້ມແຂງຈົບງາມ ແລະ ສະຫງ່າຜ່າເຜີຍ.
ຈາກນັ້ນ, ຄະນະຊີ້ນຳແຕ່ລະກ້ອນກຳລັງ ກໍໄດ້ແລກປ່ຽນຄຳເຫັນ ເພື່ອເປັນເອກະພາບກັນດ້ານເນື້້ອໃນ, ລະບຽບວິໄນ, ຮູບແຖວ, ບັນດາຈັງຫວະ, ທ່າທີຕ່າງໆ, ສີໜ້າ, ພ້ອມທັງສະເໜີວິທີການແກ້ໄຂ ໃຫ້ມີປະສິດທິພາບ ເພື່ອຮັບປະກັນໃຫ້ແກ່ການເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ບັນລຸຜົນສຳເລັດ ຕາມແຜນການທີ່ວາງໄວ້ຢ່າງຈົບງາມ.
ໂດຍ: ສຸກສາຄອນ