ລັດຖະບານໄດ້ກຳນົດ 6 ເປົ້າໝາຍໃຫຍ່, ໃນແຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ 5 ປີ ຄັ້ງທີ x (2026-2030)

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ລັດຖະບານໄດ້ກຳນົດ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດ ທັງໝົດ 230 ໂຄງການ ໃນແຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ 5 ປີ ຄັ້ງທີ X (2026-2030) ດັ່ງນີ້: ເປົ້າໝາຍທີ 1 ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ມີ 06 ແຜນວຽກຈຸດສຸມ ຄື: ນໍາໃຊ້ທ່າແຮງ ເພື່ອຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມແຂງແຮງ ແລະ ມີຄຸນ ນະພາບສູງຂຶ້ນ, ພັດທະນາເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ, ຍົກສູງປະສິດທິພາບການລົງທຶນ ໃຫ້ມີຄຸນນະພາບ ແລະ ມີຜົນຜະລິດສູງ, ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນ, ພັດທະນາລັດວິສາຫະກິດ ແລະ ເສດຖະກິດລວມຂອງປະຊາຊົນ ໃຫ້ມີຄຸນນະພາບ ແລະ ມີຄວາມ ເຂັ້ມແຂງ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເທື່ອລະກ້າວ, ພັດທະນາເສດຖະກິດດິຈິຕອນ ໃຫ້ມີຄວາມເຂັ້ມແຂງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ- ສັງຄົມ ຂອງຊາດ ໃຫ້ມີການຂະຫຍາຍຕົວຍືນຍົງ, ເຊິ່ງເປົ້າໝາຍນີ້ ມີ 74 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການສືບຕໍ່ 16 ໂຄງການ ແລະໂຄງການໃໝ່ ມີ 68 ໂຄງການ.
ເປົ້າໝາຍ 2: ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ, ມີ 04 ແຜນວຽກຈຸດສຸມ ຄື:ພັດທະນາການສຶກສາ ໃຫ້ມີຄຸນນະພາບ ເພື່ອຮອງຮັບການພັດທະນາຂອງປະເທດ,ພັດທະນາວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງ,ພັດທະນາສີມືແຮງງານໃຫ້ໄດ້ປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ພັດທະນາບຸກຄະລາກອນຂອງພາກລັດ ໃຫ້ມີຄຸນນະພາບສູງຂຶ້ນ.ປະກອບມີ 31 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການສືບຕໍ່ ມີ 17 ໂຄງການ ແລະ ໂຄງການ ໃໝ່ ມີ 14 ໂຄງການ.
ເປົ້າໝາຍທີ 3 ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ ມີ 06 ແຜນວຽກຈຸດສຸມ: ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຄຸນນະພາບດີຂຶ້ນ (ເຊິ່ງຈະໄດ້ກຳນົດເປັນວາລະແຫ່ງຊາດ), ປັບປຸງວຽກງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບສູງຂຶ້ນ,ສົ່ງເສີມ ແລະ ພັດທະນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ໃຫ້ມີຄຸນນະພາບດີຂຶ້ນ, ພັດທະນາວຽກງານຖະແຫຼງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະທຳ ທີ່ເປັນເອກະລັກ ຂອງຊາດ, ກ້າວໜ້າ ແລະ ສ້າງໃຫ້ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ ແລະ ສີວິໄລ,ປັບປຸງລະບົບປະກັນສັງຄົມ-ປົກປ້ອງສັງຄົມ ໃຫ້ກວ້າງຂວາງ ແລະ ມີຄຸນນະພາບ,ແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ.ເຊິ່ງປະກອບມີ 23 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການສືບຕໍ່ 3 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ.
ເປົ້າໝາຍທີ 4 ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ, ມີ 03 ແຜນວຽກຈຸດສຸມ: ຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດປ່າໄມ້, ທີ່ດິນ, ນໍ້າ ແລະ ແຮ່ທາດ ຢ່າງມີແຜນການ: ປະຢັດ, ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ,ສົ່ງເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ກວ້າງຂວາງ, ເພີ່ມທະວີການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ, ເຊິ່ງປະກອບມີ 13 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການສືບຕໍ່ 6 ໂຄງການ ແລະ ໂຄງການໃໝ່ 7 ໂຄງການ
ເປົ້າໝາຍທີ 5 ພັດທະນາການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ມີ 05 ແຜນວຽກຈຸດສຸມ ຄື:ພັດທະນາໂຄງລ່າງພື້ນຖານ ທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ, ເສີມຂະຫຍາຍການພົວພັນຮ່ວມມື, ການເຊື່ອມໂຍງການຄ້າ ແລະ ການລົງທຶນ ກັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະ ກວ້າງຂວາງ, ພັດທະນາເຂດແຄວ້ນ ແລະ ທ້ອງຖິ່ນ ໃຫ້ມີຄວາມສົມດູນ, ເຂັ້ມແຂງ ແລະ ສອດຄ່ອງກັບທ່າແຮງ ບົ່ມຊ້ອນ, ພັດທະນາຕົວເມືອງ, ເທດສະບານໃໝ່ ແລະ ເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເຊິ່ງປະກອບມີ 64 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການສືບຕໍ່ 14 ໂຄງການ ແລະ ໂຄການໃຫ່ມ 50 ໂຄງການ.
ເປົ້າໝາຍທີ 6 ພັດທະນາການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງ ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ, ເປົ້າໝາຍນີ້ ມີ 03 ແຜນວຽກຈຸດສຸມ ຄື: ຍົກລະດັບປະສິດທິຜົນການປົກຄອງ-ການຄຸ້ມຄອງຂອງລັດໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ ແລະ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດຕົວຈິງຢ່າງມີປະສິດທິ ຜົນສູງ, ປັບປຸງກົນໄກ, ລະບຽບການປະສານງານລະຫວ່າງພາກລັດດ້ວຍກັນໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ, ຮັບປະກັນໃຫ້ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ເຊິງປະກອບມີ 25 ໂຄງການບູລິມະສິດຕົ້ນຕໍ, ໃນນີ້ ໂຄງການ ສືບຕໍ່ 5 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ.
where to buy generic cialis
where to buy generic cialis
doxycycline mono
doxycycline mono
sildenafil heart health
sildenafil heart health