71 ປີ ແຫ່ງການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສ່ຂອງພັກຂອງພັກປະຊາຊົນປະຕິວັດລາວ, ໄດ້ນຳພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71ປີ, ( 22 ມີນາ 1955-22 ມີນາ 2026 ), ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສະແດງຄວາມຮູ້ສຶກ ແລະ ເລົ່າຄືນວີລະກຳອັນໃຫຍ່ຫຼວງ ທີ່ພັກໄດ້ນຳພາ-ຊີ້ນຳ ການຕໍ່ສູ້ປະຕິວັດຜ່ານມາ, ໂດຍຜ່ານການທົດສອບຢ່າງລະອິດລະອ້ຽວຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມທ້າທາຍ ເຊິ່ງສະຫາຍ ໄດ້ຍົກເອົາບາງສະຖານະການ, ບາງເຫດການທີ່ພົ້ນເດັ່ນ ໃນຈໍານວນຫຼາຍຮ້ອຍ, ຫຼາຍພັນເຫດການ ຂອງການນຳພາຂອງພັກ ມາເປັນຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດສ່ອງໃສ ທີ່ບໍ່ມີໃຜສາມາດປະຕິເສດ ຂອງການນຳພາ-ຊີ້ນຳ ແລະ ການບັນຊາຈັດການຂອງພັກ ຕໍ່ເສັ້ນທາງທີ່ລະອິດລະອ້ຽວ ຂອງການປະຕິວັດໃນປະເທດເຮົາ ສັງລວມໄດ້ວ່າ 71 ປີ ແຫ່ງການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສ່ຂອງພັກຂອງພັກປະຊາຊົນປະຕິວັດລາວ, ໄດ້ນຳພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ສະຫາຍ ຍັງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດວັນບຸນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກໍາລັງ ປະກອບອາວຸດ, ຂອງອົງການຈັດຕັ້ງ, ຂອງປະເທດເພື່ອນມິດ ຄະນະພັກສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ນັກຮົບເກົ່າ, ພະນັກງານປະຕິວັດອາວຸໂສ ໄດ້ເປັນເຈົ້າການປະກອບສ່ວນດ້ານການເຄື່ອນໄຫວປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮຽນຮູ້, ນັກສຶກສາ, ພະນັກງານ-ນັກຮົບ ໃນກຳລັງປະກອບອາວຸດ , ຕະຫຼອດໄລຍະຜ່ານມາການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາຂອງພັກ ຂອງອົງຄະ ນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການຈັດຕັ້ງ, ເຄື່ອນໄຫວນໍາພາ-ຊີ້ນໍາຕາມແນວທາງແຜນນະໂຍບາຍ ແລະ ຫຼັກການຂອງພັກ; ໄດ້ເຊີດຊູບົດ ບາດຂອງຕົນ ແລະ ປະສານສົມທົບຢ່າງກົມກຽວກັບຄະນະພັກ-ຄະນະປົກຄອງແຕ່ລະຂັ້ນ ແລະ ກະຊວງ-ອົງການກ່ຽວຂ້ອງສຸມໃສ່ນໍາພາ-ຊີ້ນໍາຂົງເຂດວຽກງານນັກຮົບເກົ່າ ແລະ ປັບປຸງ, ກໍ່ສ້າງຕົນເອງມີ ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນການປະກອບສ່ວນທີ່ສໍາຄັນ ເພື່ອຢັ້ງຢືນເຖິງຄວາມຖືກຕ້ອງ, ສອດຄ່ອງ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI, ທີ XII ຂອງພັກ; ເປັນບົດຮຽນທີ່ດີໃຫ້ແກ່ພວກເຮົາໃນການສືບຕໍ່ປະຕິບັດແນວທາງນະ ໂຍບາຍຂອງພັກ ແລະ ທິດທາງໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ໃນຖານະທີ່ເປັນສ່ວນປະກອບອັນສໍາຄັນໃນລະບົບການເມືອງ, ເປັນອົງການການເມືອງຂອງພັກ ອົງຄະ ນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວຈະໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກໃຫ້ເກີດດອກອອກຜົນ, ເປັນຕົ້ນຈະໄດ້ສືບຕໍ່ປັບປຸງການຈັດຕັ້ງພັກ ຂອງອົງຄະນະພັກສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ໃຫ້ມີຄວາມໜັກແໜ້ນ; ສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະຫຍາຍສະມາຊິກພັກ ໃຫ້ຖືກຕ້ອງ, ສອດຄ່ອງຕາມກົດລະບຽບຂອງພັກຢ່າງເຂັ້ມງວດ; ປະຕິບັດລະບອບຮ່ວມຊີວິດພັກ, ເສຍເງິນສະຕິພັກ, ລະ ບອບດໍາເນີນຊີວິດການເມືອງ ຕີລາຄາແບ່ງປະເພດສະມາຊິກພັກ, ປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານ, ລັດຖະກອນໃຫ້ດີ ແລະ ພາວະວິໄສກວ່າເກົ່າ; ສືບຕໍ່ປະຕິບັດຫຼັກການນໍາພາຂອງພັກຢ່າງເຂັ້ມງວດ, ນໍາພາ-ຊີ້ນໍາ ວຽກງານຕາມຫຼັກການລວມສູນປະຊາທິ ປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ໂດຍມີການສະຫຼຸບຖອດຖອນບົດຮຽນ, ປະເມີນຜົນ ເປັນປະຈໍາ; ເພີ່ມທະວີສ້າງຄວາມສາມັກຄີເປັນເອກະພາບຢູ່ພາຍໃນໝູ່ຄະນະ, ພະນັກງານ-ສະມາຊິກພັກ, ຈິງໃຈຕຳນິຊົມ ຕົນເອງ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນໄປຄຽງຄູ່ກັບການປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກພາຍໃນພັກໃຫ້ກົມກຽວ ແລະ ມີປະສິດທິຜົນ ແນໃສ່ບຸກທະລຸທາງດ້ານແບບແຜນວິທີເຮັດວຽກ, ການປະຕິບັດລະບອບ ລະບຽບການທີ່ພັກເຮົາວາງອອກໃຫ້ເຂັ້ມງວດ.ສືບຕໍ່ຖືສໍາຄັນ, ຍົກສູງຄຸນນະພາບ ແລະ ຜົນສັກສິດ ຂອງວຽກງານກວດກາ, ເອົາໃຈໃສ່ກວດກາການຈັດຕັ້ງ, ກວດກາສະມາຊິກພັກໃນການປະຕິບັດໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະ ກົດລະບຽບ ຂອງພັກ, ການປະຕິບັດສິດໜ້າທີ່ ແລະ ຂໍ້ຫ້າມຕ່າງໆ; ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ກວດກາການນໍາພາວຽກງານ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃຫ້ເຂັ້ມງວດ ແນໃສ່ຕ້ານປາກົດການຫຍໍ້ທໍ້; ເພີ່ມທະວີຄວາມສາມັກຄີເປັນເອ ກະພາບຢູ່ພາຍໃນ, ປ້ອງກັນພັກ, ປ້ອງກັນການຈັດຕັ້ງ, ປ້ອງກັນພະນັກງານໃຫ້ມີຄວາມປອດໃສ ແນໃສ່ເຮັດໃຫ້ສະຫະພັນນັກຮົບເກົ່າແຕ່ລະຂັ້ນມີຄວາມເຂັ້ມແຂງ.
ຄຽງຄູ່ກັນນັ້ນ ຕ້ອງສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກ ງານ; ຂຶ້ນແຜນກໍ່ສ້າງພະນັກງານທີ່ຍັງປະຈຳການໃຫ້ໄດ້ໄປຮໍ່າຮຽນບຳລຸງຍົກລະດັບໄລຍະສັ້ນ, ກໍ່ສ້າງໄລຍະຍາວ, ຍົກລະ ດັບທາງດ້ານທິດສະດີການເມືອງການປົກຄອງ ແລະ ດ້ານວິຊາການອຶ່ນໆແຕ່ລະເປົ້າໝາຍໃຫ້ດີກວ່າເກົ່າ.
ຂຽນໂດຍ: ພິດສະໄໝ ແກ້ວມະຫາວົງ
fluconazole over the counter
fluconazole over the counter
buy antibiotics online for tooth infection
buy antibiotics online for tooth infection
lasix water pill over the counter
lasix water pill over the counter