ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໄຂຂຶ້ນຢ່າງເປັນທາງການ,ໃນຕອນເຊົ້າວັນທີ 23 ມີນາ 2026 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອາດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ແລະ ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026 ທີ່ຜ່ານມາ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບ ຜົນສໍາເລັດຕາມລະດັບຄາດໝາຍ, ເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 175 ທ່ານ, ຍິງ 52 ທ່ານ (ເທົ່າກັບ 29,71% ຂອງຈໍານວນສະມາຊິກສະພາແຫ່ງຊາດ).

ຜົນສໍາເລັດໃນການເລືອກຕັ້ງຄັ້ງນີ້ ໄດ້ສະແດງເຖິງຄວາມຮັບຜິດຊອບສູງຂອງການຈັດຕັ້ງທຸກ ຂັ້ນ, ສະແດງໃຫ້ເຫັນສະຕິຕື່ນຕົວທາງດ້ານການເມືອງ ແລະ ການເສີມຂະຫຍາຍສິດ ປະຊາທິປະໄຕ ໃນການປະຕິບັດສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ສະແດງເຖິງຄວາມສາມັກຄີເປັນປຶກ ແຜ່ນ ພາຍໃຕ້ການນໍາພາຂອງພັກ ແລະ ຢັ້ງຢືນເຖິງຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການ ນໍາພາຂອງພັກ, ການຕິດຕາມກວດກາຢ່າງເຄັ່ງຂັດ ຂອງສະພາແຫ່ງຊາດ ແລະ ການບໍລິຫານ ຂອງລັດຖະບານ ກໍຄືຕໍ່ລະບອບປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ.

ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:ຮັບຟັງລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສຳເລັດຂອງການ ເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V; ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງບັນດາຕຳແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງ ປະກອບກົງຈັກການຈັດຕັ້ງ ຂອງອົງການອຳນາດລັດ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ X (2026-2030);ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບ ການພິຈາລະນາ, ຮັບຮອງດ້ານຫຼັກການ ໂຄງການລົງທຶນກໍ່ເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ, ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ- ຫວຽດນາມ ດ້ວຍຮູບແບບ BOT;

ພ້ອມນີ້ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນການຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ສອດຄ່ອງຕາມ ກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງ ນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ຈະດໍາເນີນໄປຮອດວັນທີ 27 ມີນາ 2025 ຈິ່ງຈະສຳເລັດ.

4 Comments

Comments are closed.