ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລັດຖະບານ ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ “ທ່ານ ອຸທັນ ໄຕລິດທິ” (ບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ) ທີ່ປະກອບສ່ວນສ້າງໂຮງຮຽນ ເກືອບ 5 ຕື້ກີບ.

ເພື່ອເປັນການຍ້ອງຍໍສັນລະເສີນບຸກຄົນທີ່ມີຜົນງານດີເດັ່ນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປະກອບສ່ວນພັດທະນາປະເທດຊາດ. ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ຫຼຽນລະນືກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່: ທ່ານ ອຸທັນ ໄຕລິດທິ, ຜູ້ອຳນວຍການ ບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ (Lao Standard Control Co., Ltd) ໃນຖານະນັກທຸລະກິດທີ່ມີຜົນງານດີເດັ່ນໃນການປະກອບສ່ວນທຶນຮອນສ່ວນຕົວເຂົ້າໃນໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນປະຖົມສີວິໄລ, ເມືອງປາກຊັນ, ແຂວງບໍລິຄຳໄຊ ລວມມູນຄ່າການຊ່ວຍເຫຼືອທັງໝົດສູງເຖິງ 4,999,909,710 ກີບ (ເກືອບ 5 ຕື້ກີບ).

ອີງຕາມເອກະສານການຕົກລົງຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 35/ນຍ ແລະ ການສະເໜີຈາກຄະນະຈັດຕັ້ງສູນກາງພັກ, ທ່ານ ອຸທັນ ໄຕລິດທິ ແມ່ນຜູ້ທີ່ມີຄວາມມຸ່ງໝັ້ນ ແລະ ເສຍສະຫຼະສູງທີ່ໄດ້ປະກອບສ່ວນວັດຖຸ ແລະ ທຶນຮອນເຂົ້າໃນວຽກງານການສຶກສາຊຶ່ງຜົນງານດັ່ງກ່າວ, ຖືເປັນການປະກອບສ່ວນອັນສຳຄັນຍິ່ງເຂົ້າໃນການສ້າງສາພັດທະນາພື້ນຖານໂຄງລ່າງ ດ້ານການສຶກສາຢູ່ທ້ອງຖິ່ນ, ຊ່ວຍສ້າງໂອກາດໃຫ້ເດັກນ້ອຍລາວໄດ້ມີສະຖານທີ່ຮຽນຮູ້ທີ່ທັນສະໄໝ ແລະ ປອດໄພ. ທັງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບສິດໃຫ້ປະທານຄະນະກໍາມະການປົກຄອງ ແຂວງບໍລິຄໍາໄຊ, ເປັນຜູ້ຕາງຫນ້າໃຫ້ກັບລັດຖະບານໃນການປະກອບພິທີປະດັບຫຼຽນໄຊອັນຊົງກຽດນີ້ ໃຫ້ແກ່ຜູ້ກ່ຽວຢ່າງເປັນທາງການ.

ການຍ້ອງຍໍໃນຄັ້ງນີ້, ບໍ່ພຽງແຕ່ເປັນການໃຫ້ກຽດຕໍ່ບຸກຄົນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ພາກສ່ວນ ທຸລະກິດ ເຫັນໄດ້ເຖິງຄວາມສໍາຄັນຂອງການມີສ່ວນຮ່ວມກັບສັງຄົມ (CSR) ເພື່ອຮ່ວມກັນສ້າງອະນາຄົດຂອງຊາດໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ຫຼຽນລະນືກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນ ວັນທີ 12 ມີນາ 2026 ຢູ່ທີ່ໂຮງຮຽນປະຖົມສີວິໄລ, ເມືອງປາກຊັນ; ຊຶ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານການນໍາພັກ-ລັດຂັ້ນສູນກາງ, ແຂວງບໍລິຄໍາໄຊ, ເມືອງ ແລະ ອໍານາດການປົກຄອງບ້ານເຂົ້າ ຮ່ວມຢ່າງພ້ອມພຽງ.

6 Comments

Comments are closed.