ໝາກມອນ ຫຼື ມັລເບີຣີ ຈາກພືດລ້ຽງມອນ ສູ່ສຸດຍອດໝາກໄມ້ບຳລຸງສຸຂະພາບ

ເມື່ອເວົ້າເຖິງ “ໝາກມອນ” (Mulberry), ຫຼາຍຄົນຄົງຈະຄິດເຖິງພາບການປູກໝາກມອນເພື່ອລ້ຽງຕົວມອນໃນການຜະລິດເສັ້ນໄໝ 🧵. ແຕ່ໃນປັດຈຸບັນ, ໝາກໄມ້ຊະນິດນີ້ໄດ້ກາຍເປັນທີ່ສົນໃຈຂອງວົງການແພດ ແລະ ກຸ່ມຄົນຮັກສຸຂະພາບທົ່ວໂລກ 🌍 ຍ້ອນມັນອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ຊ່ວຍປ້ອງກັນໂລກຮ້າຍໄດ້ຢ່າງມີປະສິດທິພາບ.
1. ໝາກມອນອຸດົມດ້ວຍສານ ແອນໂທໄຊຢານິນ (Anthocyanin) 💜 ເຊິ່ງເປັນສານສີມ່ວງແດງທີ່ມີລິດໃນການຕ້ານອະນຸມູນອິດສະຫຼະຢ່າງແຂງແຮງ. ສານນີ້ຊ່ວຍປ້ອງກັນໂລກຫົວໃຈ ❤️ ແລະ ຫຼຸດຄວາມສ່ຽງໃນການເກີດໂລກມະເຮັງ. ນອກຈາກນີ້ ຍັງມີສານ ເຄີຊິດຕິນ (Quercetin) 🧪 ທີ່ຊ່ວຍຫຼຸດການອັກເສບຂອງຫຼອດເລືອດ ເຊິ່ງເປັນສາເຫດຫຼັກຂອງໂລກຫົວໃຈ ແລະ ຫຼອດເລືອດ ລວມທັງໂລກທາງລະບົບປະສາດ ແລະ ສະໝອງ 🧠.
2. 👶 ວິຕາມິນທີ່ຈຳເປັນສຳລັບແມ່ ແລະ ເດັກ ໜຶ່ງໃນສານອາຫານທີ່ໂດດເດັ່ນຂອງໝາກມອນແມ່ນ ກົດໂຟລິກ (Folic Acid) 🤰. ມີຜົນການວິໄຈພົບວ່າ ແມ່ຍິງທີ່ຂາດກົດໂຟລິກໃນຊ່ວງຕັ້ງຄັນ ມີຄວາມສ່ຽງສູງທີ່ຈະເຮັດໃຫ້ທາລົກມີຄວາມພິການທາງສະໝອງ ແລະ ລະບົບປະສາດໄຂສັນຫຼັງ. ດັ່ງນັ້ນ, ໝາກມອນຈຶ່ງເປັນຕົວຊ່ວຍທີ່ດີໃນການເສີມສ້າງການຈະເລີນເຕີບໂຕຂອງທາລົກໃນຄັນ.
3. 🛡️ ບຳລຸງຮ່າງກາຍຄົບວົງຈອນດ້ວຍວິຕາມິນຫຼາກຫຼາຍ
- ວິຕາມິນ A: ຊ່ວຍບຳລຸງສາຍຕາ, ປ້ອງກັນຕໍ້ກະຈົກ, ບຳລຸງເຫງືອກ ແລະ ແຂ້ວ, ພ້ອມທັງຫຼຸດການອັກເສບຂອງສິວ.
- ວິຕາມິນ C ສູງ: ເເສີມສ້າງພູມຄຸ້ມກັນ, ປ້ອງກັນໄຂ້ຫວັດ, ພູມແພ້ ແລະ ຕ້ານເຊື້ອໄວຣັສ.
- ວິຕາມິນ B6: ຊ່ວຍບຳລຸງເລືອດ, ຕັບ ແລະ ໄຕ, ພ້ອມທັງບັນເທົາອາການປວດປະຈຳເດືອນ
4. 💊 ສັບພະຄຸນທາງຢາ ແລະ ການປ້ອງກັນພະຍາດ ໃນຕຳລາຢາບູຮານ, ການນຳໝາກມອນມາຕົ້ມດື່ມທັງນ້ຳ ແລະ ກິນທັງເນື້ອ ສາມາດຊ່ວຍແກ້ໂລກໄຂ້ຂໍ້ອັກເສບ, ແກ້ທ້ອງຜູກ, ບຳລຸງເລືອດຈາງ ແລະ ຊ່ວຍຂັບສະເໝີຫະ. ທີ່ສຳຄັນ ມັນຍັງຊ່ວຍຢັບຢັ້ງການເກີດລີ່ມເລືອດ ແລະ ປ້ອງກັນເສັ້ນເລືອດແຕກ ເຊິ່ງເປັນສາເຫດຂອງໂລກ ອຳມະພຶກ ແລະ ອຳມະພາດ.
5. ໝາກມອນເປັນໝາກໄມ້ທີ່ໃຫ້ພະລັງງານຕ່ຳ ພຽງແຕ່ 43 kcal ຕໍ່ 100 ກຣາມ 🥗
🔴 ໝາກສີແດງ: ຈະມີລົດຊາດສົ້ມ, ເໝາະສຳລັບນຳໄປແປຮູບເປັນເຄື່ອງດື່ມ ຫຼື ແຢມ
⚫ ໝາກສີມ່ວງເຂັ້ມ/ດຳ: ຈະມີລົດຊາດຫວານຊຸ່ມຄໍ, ສາມາດກິນສົດໄດ້ທັນທີ
💆♂️ ການບຳລຸງ: ຊ່ວຍຜ່ອນຄາຍຄວາມຄຽດ, ແກ້ອາການເມົາຄ້າງ ແລະ ບຳລຸງເສັ້ນຜົມໃຫ້ດຳເງົາງາມ ປ້ອງກັນຜົມງອກກ່ອນໄວ.
ດ້ວຍຄຸນປະໂຫຍດທີ່ຫຼາກຫຼາຍ ແລະ ຫາໄດ້ງ່າຍໃນທ້ອງຖິ່ນ, ໝາກມອນ ຫຼື ມັລເບີຣີ ຈຶ່ງເປັນອີກໜຶ່ງທາງເລືອກທີ່ດີເລີດສຳລັບຜູ້ທີ່ຢາກເບິ່ງແຍງສຸຂະພາບໃນໄລຍະຍາວ
📖 ອ້າງອີງຂໍ້ມູນຈາກ: dailynews
generic stromectol online
generic stromectol online
remeron medication
remeron medication
diflucan 150 mg fluconazole
diflucan 150 mg fluconazole
minoxidil tablets for women uk
minoxidil tablets for women uk
cialis cheap price
cialis cheap price
tirzepatide vs semaglutide bodybuilding reddit
tirzepatide vs semaglutide bodybuilding reddit
orlistat in usa
orlistat in usa
semaglutid tabletter pris
semaglutid tabletter pris
rogaine cvs brand
rogaine cvs brand
tadalafil uses 5mg
tadalafil uses 5mg
does acyclovir work for shingles
does acyclovir work for shingles
ketoconazole shampoo explained
ketoconazole shampoo explained
terbinafine mechanism insights
terbinafine mechanism insights