ກະຊວງປ້ອງກັນປະເທດ ປະກາດແຕ່ງຕັ້ງ ແລະ ຍົກຍ້າຍໜ້າທີ່ນາຍທະຫານຂັ້ນສູງ




ວັນທີ 5 ພະຈິກ 2025, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານຂັ້ນສູງ, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ, ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກະຊວງປ້ອງກັນປະເທດ ນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໃນນີ້ ແຕ່ງຕັ້ງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1 ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າກົມ 213 ເປັນຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ.
ຈາກນັ້ນກໍໄດ້ຜ່ານຄຳສັ່ງຍົກຍ້າຍ ນາຍທະຫານໄປຮັບໜ້າທີ່ໃໝ່ ນາຍົກລັດຖະມົນຕີ ອອກຄຳສັ່ງ: ຍົກຍ້າຍ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄປຮັບໜ້າທີ່ໃໝ່ຢູ່ ກອງພົນທີ 2 ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ວັນໄຊ ເນຕິບັນດິດ ເປັນຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ, ແລະ ໄດ້ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ປ່ຽນແທນ ສະຫາຍ ພົນຕີ ສົມພອນ ມິດຕະພອນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ປ່ຽນແທນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເປັນກຳມະການຄະນະບໍລິຫານງານພັກ ທັງເປັນເລຂາຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ປ່ຽນແທນ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານອຸດົມການປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດທັນສະໄໝ, ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບປອດໄພ, ພ້ອມທັງໃຫ້ເປັນເຈົ້າການເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ພາຍນອກໃຫ້ໜັກແໜ້ນ, ເຂັ້ມແຂງ, ພ້ອມກັນເຮັດສຳເລັດທຸກໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.
ໂດຍ: ລີຕ່າ