ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສຳເລັດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-PLUS)

ໃນວັນທີ 1 ພະຈິກ 2025, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 12 (ADMM-ບວກ) ທີ່ນະຄອນຫຼວງກົວລາລໍາເປີ, ມາເລເຊຍ, ໂດຍການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນພາຍໃຕ້ຫົວຂໍ້: ” ທົບທວນຄືນ ການສ້າງຕັ້ງກອງປະຊຸມ ADMM-ບວກ ຄົບຮອບ 15 ປີ ແລະ ທິດທາງໃນຕໍ່ໜ້າ ” ແລະ ມີບັນດາລັດຖະມົນຕີປ້ອງກັນປະເທດຈາກ 11 ປະເທດສະມາຊິກອາຊຽນ ປະເທດ ແລະ 8 ປະເທດອາຊຽນ-ບວກ ເຊັ່ນ: ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນີວຊີແລນ, ສ.ເກົາຫລີ, ຣັດເຊຍ ແລະ ສ.ອາເມລິກາ, ລວມທັງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະກໍາການຮ່ວມມືໃນຂອບກອງປະຊຸມ ADMM-ບວກ ຕະຫຼອດໄລຍະ 15 ປີທີ່ຜ່ານມາ ແລະ ປຶກສາຫາລືບາງທິດທາງໃນຕໍ່ໜ້າ. ພ້ອມນັ້ນ, ບັນດາລັດຖະມົນຕີປ້ອງກັນປະເທດ ຍັງໄດ້ແລກປ່ຽນສະພາບທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ໂດຍສະເພາະ ໄພຂົ່ມຂູ່ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງ. ນອກຈາກນີ້ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຊ່ອງທາງເພື່ອເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳ, ເສີມຂະຫຍາຍຄວາມເປັນໜຶ່ງດຽວຂອງອາຊຽນ, ສົ່ງເສີມຄວາມສາມັກຄີ, ຄວາມອາດສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍຮ່ວມກັນໂດຍຜ່ານບັນດາກົນໄກທີ່ມີຢູ່ໃນຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ໃນກອງປະຊຸມບັນດາລັດຖະມົນຕີປ້ອງກັນປະເທດ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສະເຫຼີມສະຫຼອງການສ້າງຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄົບຮອບ 15 ປີ. ຖະແຫຼງການດັ່ງກ່າວ ໄດ້ເນັ້ນໜັກບາງວຽກງານທີ່ສໍາຄັນ ເຊັ່ນ: ການສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງກົນໄກການຮ່ວມມືດັ່ງກ່າວ ຕະຫຼອດໄລຍະ 15 ປີທີ່ຜ່ານມາ, ການສະແດງຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານການຮ່ວມມືຂອງ 7 ໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມດັ່ງກ່າວ, ການຍຶດໝັ້ນຕໍ່ກົດບັດອາຊຽນ ແລະ ລະບຽບກົດໝາຍຂອງສາກົນ, ການເພີ່ມທະວີຂີດຄວາມສາມາດ, ການຢໍ້າຄືນເຖິງການເຄົາລົບອະທິປະໄຕ, ຄວາມເປັນເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກຂອງຊາດ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນຂອງວິໄສທັດປະຊາຄົມອາຊຽນໃນປີ 2045.

ໃນກອງປະຊຸມ, ປະເທດເຈົ້າພາບ ມາເລເຊຍ ໄດ້ມອບໂອນການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 13 ໃຫ້ແກ່ປະເທດຟີລີບປິນ ສືບຕໍ່ເປັນເຈົ້າພາບ ໃນປີ 2026.

ໂດຍ: ທອງມາ