ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ.



ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 19 ແລະ ອາຊຽນ-ບວກ ຄັ້ງທີ 12 ທີ່ ເມືອງກົວລາລໍາເປີ, ມາເລເຊຍ, ໃນວັນທີ 2 ພະຈິກ 2025, ໄດ້ຈັດພິທີເຊັນບົດບັນທຶກ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນດ້ານວຽກງານປ້ອງກັນຊາດ. ຕາງໜ້າລົງນາມຝ່າຍລາວໂດຍທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຍີ່ປຸ່ນລົງນາມໂດຍ ທ່ານ ຊິນຈີໂຣ ໂອອິຊູມິ, ລັດຖະມົນຕີປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ.
ຈຸດປະສົງຂອງບົດບັນທືກຄວາມເຂົ້າໃຈ ດັ່ງກ່າວ ແມ່ນເພື່ອເປັນການສົ່ງເສີມການຮ່ວມມືສອງຝ່າຍຂອງສອງກະຊວງ ໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະແມ່ນຂົງເຂດການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ບັນເທົ່າທຸກໄພພິບັດ, ເຊິ່ງຜ່ານມາ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກໍໄດ້ຈັດຕັ້ງປະຕິບັດໄລຍະການຊ່ວຍເຫຼື່ອ ກອງທັບປະຊາຊົນລາວ ດ້ານອຸປະກອນຊ່ວຍເຫຼືອໄພພິບັດ ໄລຍະທີ່ 1 ແລະ ຈະສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໄລຍະທີ່ 2. ພ້ອມນີ້ ກະຊວງປ້ອງກັນປະເທດຍີ່ປຸ່ນກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພາຍໃຕ້ການພົວພັນຮ່ວມມືໃນຂອບເຂດຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍີ່ງໆຂື້ນ.
ໂດຍ: ທອງມາ