50 ປີແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ

ເມື່ອຫວນຄືນວັນຊາດທີ 2 ທັນວາ 1975 ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນຂອງຊາດລາວເຮົາ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ.
ສະນັ້ນ, ເນື່ຶອງໃນໂອກາດ ວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກ, ຮັກສາການຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ທັດສະນະວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດລາວເຮົາ, ເຊິ່ງກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ; ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ດັ່ງນັ້ນ, ເພື່ອເປັນການສືບຕໍ່ພາລະກິດດັ່ງກ່າວນັ້ນ, ຫ້ອງວ່າການກະຊວງປ້ອງກັນປະທດໄດ້ສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ ແລະ ມະຕິ ຄັ້ງທີ VI ຄະນະພັກອົງການຫ້ອງວ່າການກະຊວງ ໃຫ້ມີຜົນສໍາເລັດຢ່າງຈົບງາມ, ໃນນີ້ແມ່ນຖືເອົາວຽກງານ-ຂະບວນການເຮັດໃຫ້ສະພາບມີຄວາມສະຫງົບ ໃນຂອບເຂດທີ່ຫ້ອງວ່າການກະຊວງຮັບຜິດຊອບເປັນພື້ນຖານ.
ໄປພ້ອມກັນນັ້ນ ດ້ານຂະບວນການປັບປຸງກໍ່ສ້າງກຳລັງ ແມ່ນໜ້າທີ່ໜຶ່ງທີ່ສຳຄັນຂອງວຽກງານພັກ-ວຽກງານການເມືອງ ຢູ່ໃນກອງທັບປະຊາຊົນລາວ, ດັ່ງນັ້ນ ຄະນະພັກ-ຄະນະບັນຊາຫ້ອງວ່າການກະຊວງປ້ອງກັນປະເທດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວຫ້ອງວ່າການກະຊວງ ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຂໍ້ກຳນົດ-ກົດລະບຽບຂອງກອງທັບ ແລະ ຍູ້ແຮງຂະບວນການປິ່ນອ້ອມໜ້າທີ່ການເມືອງຂອງຫ້ອງວ່າການກະຊວງ ເປັັນຕົ້ນແມ່ນຂະບວນການຫັດແອບສິນລະປະຍຸດ-ຍຸດທະວິທີ, ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ, ຂະບວນການອອກແຮງງານລວມໝູ່, ອະນາໄມສະຖານທີ່ຄ້າຍຄູ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເປັນລະບຽບຈົບງາມ, ປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ມີສີສັນງາມຕາ, ຈັດຕັ້ງເຜີຍແຜ່ໂຄສະນາ-ປາຖະກະຖາມູນເຊື້ອຂອງ 3 ວັນປະຫວັດສາດດັ່ງກ່າວ ໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເພື່ອຂ່ຳນັບຊົມເຊີຍວັນຊາດທີ 2 ທັນວາທີຈະມາເຖິງໃຫ້ມີເນື້ອໃນກ້ວາງຂວາງ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ.
ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍັງໄດ້ກ່າວຕື່ມອີກວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີທີຈະມາເຖິງນີ້, ສະຫາຍ ໄດ້ຕາງໜ້າໃຫ້ຄະນະນໍາຫ້ອງວ່າການກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ ທົ່ວຫ້ອງວ່າການກະຊວງ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໃນແຕ່ລະໄລຍະ ແລະ ອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານ ການນໍາພັກລັດ, ພະນັກງານປະຕິວັດອາວຸໂສບຳນານ, ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ; ມີຄວາມຜາສຸກ ພ້ອມກັນອອກແຮງແຂງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ໂດຍສະເພາະວັນຊາດທີ 2 ທັນວາ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ບິກໄຊ ສົມພູ