ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ

ວັນທີ 6 ຕຸລາ 2025, ຢູ່ ສະໜາມເຝິກຊ້ອມກອບກູ້ໄພພິບັດອ່າງນໍ້າຫຸມ ໄດ້ຈັດພິທີ ເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ ສປປ ລາວ ເປັນເຈົ້າພາບ ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍກໍາປູເຈຍ, ມີຄະນະຊີ້ນໍາລວມ, ອະນຸກໍາມະການຮັບປະກັນ, ນາຍ ແລະ ພົນທະຫານ ກໍາລັງເຝິກຊ້ອມກອບກູ້ໄພພິບັດຮ່ວມ ກໍາປູເຈຍ-ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ລາຍງານແຜນການຄວາມພ້ອມໃຫ້ແກ່ການຈັດຕັ້ງເຝີກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ວ່າ: ໂດຍອີງຕາມ ບົດບັນທຶກການພົບປະ ລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ, ລາວ, ຫວຽດນາມ ຢູ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ຄັ້ງວັນທີ 25 ພະຈິກ 2024 ໃຫ້ກອງທັບປະຊາຊົນລາວ ເປັນເຈົ້າພາບ ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ແລະ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025. ຈຸດປະສົງໃນເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຄັ້ງນີ້ ເພື່ອປະຕິບັດຕາມບົດບັນທຶກກອງປະຊຸມຮ່ວມ 3 ລັດຖະມົນຕີ ໃນການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມຮ່ວມ ເພື່ອປືກສາຫາລືບັນຫາຕ່າງໆ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ 3 ກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ໃຫ້ນັບມື້ໜັກແໜ້ນຂຶ້ນ, ເພື່ອເປັນການເຝິກຊ້ອມພະນັກງານ-ນັກຮົບ 3 ກອງທັບ ໃຫ້ມີຄວາມທົນທານໝັ້ນໜຽວ, ມີພິກໄຫວໃນການປະຕິບັດໜ້າທີ່, ເມື່ອມີສະພາບໄພພິບັດເກີດຂຶ້ນໃນສະເພາະໜ້າ ແລະ ອະນາຄົດ; ເພື່ອເປັນການແລກປ່ຽນບົດຮຽນ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ນັກຮົບ ໃນເວລາປະຕິບັດໜ້າທີ່ຕົວຈິງ ໃຫ້ມີຄວາມຊໍານິຊໍານານໃນວຽກງານກອບກູ້ໄພພິບັດ. ໃນເວລາປະຕິບັດການເຝິກຊ້ອມ ຕ້ອງປະສານສົມທົບແໜ້ນບັນດາກໍາລັງທີ່ເຮັດໜ້າທີ່ຮ່ວມກັນ, ຮູ້ນໍາໃຊ້ເຄື່ອງມື ແລະ ເຮັດໜ້າທີ່ຮ່ວມກັນໄດ້ຢ່າງກົມກຽວ, ການຈັດຕັ້ງເຝິກຊ້ອມ ຕ້ອງຮັກສາໄດ້ໄມຕີຈິດມິດຕະພາບທີ່ດີຕໍ່ກັນ, ເສີມຂະຫຍາຍໄດ້ໝູນເຊື້ອຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາເຮັດໜ້າທີ່ ເພື່ອເຮັດໃຫ້ການເຝິກຊ້ອມຄັ້ງນີ້ ມີຜົນສໍາເລັດຢ່າງຈົບງາມ, ພ້ອມທັງຮັບປະກັນໃຫ້ມີຄວາມປອດໄພ 100%.

‎ ໂອກາດນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນໃນການເລີ່ມສ້າງສາຍພົວພັນຮ່ວມມືຂອງ 3 ຊາດ, 3 ກອງທັບ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ຍັງເປັນການຍົກສູງ ຄວາມຮູ້ ຄວາມສາມາດໃນການກອບກູ້ຜູ້ປະສົບໄພ ຂອງກໍາລັງທະຫານ 3 ກອງທັບ ໂດຍແນໃສ່ຍົກລະດັບໃຫ້ແກ່ຜູ້ບັນຊາ ຮູ້ຈັກຊີ້ນໍາໃນການກອບກູ້ຊ່ວຍເຫຼືອຜູ້ປະສົບໄພໃນສະພາບພູມີປະເທດ ແລະ ດິນຟ້າອາກາດທີ່ມີການປ່ຽນແປງ, ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານ ຮູ້ຈັກການນໍາໃຊ້ພາຫະນະ ແລະ ເຕັກນິກ ເຂົ້າໃນການປະຕິບັດໜ້າທີ່ກອບກູ້-ຊ່ວຍເຫຼືອຜູ້ປະສົບໄພໄດ້ຢ່າງຊຳນິຊຳນານ. ນອກຈາກການເຝິກຊ້ອມກອບກູ້ໄພພິບັດຮ່ວມແລ້ວ ຍັງຈະໄດ້ມີການເຄື່ອນໄຫວບັນດາກິດຈະກຳອື່ນໆ ຕື່ມອີກ ເປັນຕົ້ນແມ່ນການແລກປ່ຽນທາງດ້ານວັດທະນະທຳ, ສິລະປະ-ວັນນະຄະດີ, ກິລາ, ຕະຫຼອດຮອດການດໍາລົງຊີວິດປະຈຳວັນ, ການແລກປ່ຽນຂໍ້ມູນຂ່າວສານ, ການສື່ສານແລກປ່ຽນພາສາປາກເວົ້າໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ນາຍ ແລະ ພົນທະຫານ ຂອງ 3 ກອງທັບ ໃຫ້ມີຄວາມສໍາພັນເລິກເຊິ່ງໜັກແໜ້ນກວ່າເກົ່າ. ເພື່ອບັນລຸໄດ້ຄວາມມຸ່ງປະສົງຄາດໝາຍ ຂອງການເຝິກຊ້ອມໃຫ້ໄດ້ຮັບຜົນສໍາເລັດສູງ ຍັງໄດ້ຮຽກຮ້ອງ ມາຍັງບັນດາ ນາຍ ແລະ ພົນທະຫານ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ຈົ່ງພ້ອມກັນຍົກສູງນໍ້າໃຈຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ໄດ້ມອບໝາຍໃຫ້, ປະຕິບັດຂໍ້ກຳນົດ, ກົດລະບຽບ ການເຄື່ອນໄຫວຂອງພາກສະໜາມຢ່າງເຂັ້ມງວດ, ຮັກສາໄດ້ຄວາມສາມັກຄີ ຮັກແພງເຊິ່ງກັນ ແລະ ກັນ ໃຫ້ໄດ້ເປັນຢ່າງດີ ແລະ ຮັບປະກັນໃຫ້ມີຄວາມສະຫງົບປອດໄພຮອບດ້ານ, ເຊື່ອໝັ້ນວ່າ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການສືບຕໍ່ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີຮັກແພງທີ່ເປັນມູນເຊື້ອ ຂອງ 3 ຊາດ, 3 ກອງທັບ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຂອງຄະນະຊີ້ນໍາການເຝິກ ແລະ ຄວາມເປັນເຈົ້າການ ຂອງນັກເຝິກຊ້ອມທັງໝົດ ຈະເຮັດໃຫ້ການເຝິກຊ້ອມໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມແຜນທີ່ວາງໄວ້. ຈາກນັ້ນ, ໄດ້ກ່າວເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ຢ່າງເປັນທາງການ.

ໂດຍ: ສຸເວດ ສີດາຄໍາ