ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ຢ່າງເປັນທາງການ






ໃນວັນທີ 7 ກັນຍາ 2025, ທີ່ ທໍານຽບປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຕ້ອນຮັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ (Miguel Diaz-Canel Bermudez), ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 6-7 ກັນຍາ 2025 ຢ່າງອົບອຸ່ນ ແລະ ສົມກຽດ.
ຫລັງຈາກນັ້ນ, ໄດ້ດໍາເນີນການພົບປະສອງຝ່າຍ ເພື່ອຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໄດ້ແລກປ່ຽນຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກູບາ ໃນຕໍ່ໜ້າ ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ,
ການພົບປະຄັ້ງນີ້, ຜູ້ນໍາທັງສອງ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສອງປະເທດຍາດມາໄດ້ໃນຕະຫລອດໄລຍະຜ່ານມາ; ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ເພີ່ມທະວີຮັດແໜ້ນສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນຖານະທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ມີອຸດົມການດຽວກັນ ໂດຍເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງເປັນປະຈໍາ; ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນທາງດ້ານນິຕິບັນຍັດ, ຕຸລາການ, ເສດຖະກິດ-ການຄ້າ, ສາທາລະນະສຸກ, ການສຶກສາ, ກິລາ, ກະສິກໍາ ແລະ ດ້ານວັດທະນະທໍາ-ສັງຄົມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມ ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນຂອງສອງປະເທດ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າທີ່ ພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດຊາດ ຈົນເຖິງປັດຈຸບັນ, ພ້ອມທັງຢືນຢັນຄືນເຖິງ ນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມັກຄີ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນໃນອະນາຄົດ ແລະ ສະແດງຄວາມໝາຍໝັ້ນວ່າຈະຢືນຄຽງບ່າຄຽງໄຫລ່ກັບປະຊາຊົນກູບາອ້າຍນ້ອງ ເພື່ອກ້າວໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ ກໍຄື ການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເພື່ອເຂົ້າຮ່ວມພິທີສະເຫລີມສະ ຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມີຂຶ້ນໃນທ້າຍປີ 2025 ນີ້.
ໂອກາດດຽວກັນ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ໄດ້ຮັບໝາກຜົນສູງເປັນທີ່ໜ້າເພິ່ງພໍໃຈ, ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ຍາມໃດກໍໄດ້ໃຫ້ການຊຸກຍູ້ຮ່ວມມື ແລະ ສະໜັບສະໜູນ ສ ກູບາ ຜ່ານຜ່າບັນດາອຸປະສັກ ແລະ ສິ່ງທ້າທາຍອື່ນໆ, ຊຶ່ງເປັນມູນເຊື້ອ ແລະ ຜົນງານອັນດີງາມຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ຟີແດນ ກາສໂຕຣ, ຜູ້ນໍາທີ່ຍິ່ງໃຫຍ່ຂອງສອງປະເທດໄດ້ສ້າງໄວ້.
ໂດຍ:ສຸກສາຄອນ