ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2025 -2026
-ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ,
-ພີ່ນ້ອງປວງຊົນລາວ ທັງຊາດ ທີ່ນັບຖື ແລະ ຮັກແພງ.
ມື້ນີ້ ເປັນວັນໜຶ່ງທີ່ສໍາຄັນ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງ ໃນຂອບເຂດທົ່ວປະເທດ ກຳລັງກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2025- 2026.
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍໄປເຖິງ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ມານະໂອກາດ ອັນມີຄວາມໝາຍຄວາມສຳຄັນ ໃນ ຄັ້ງນີ້ ດ້ວຍ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ,
ລັດຖະບານ ຍາມໃດກໍໄດ້ຖືວຽກງານການສຶກສາ ເປັນວຽກໜຶ່ງສຳຄັນ “ເອົາການສຶກສາ ໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ເປັນການພັດທະນາຊັບພະຍາກອນມະນຸດ, ສ້າງຄົນເຮົາ ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.
ໃນສົກຮຽນຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກຫຼາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງສຶກສາທິການ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດຂັບເຄື່ອນປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນຫຼາຍດ້ານເປັນຕົ້ນ ໄດ້ປັບປຸງພື້ນຖານໂຄງລ່າງຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ແກ່ນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ລວມທັງ ການສົ່ງເສີມການສຶກສາຮຽນຮ່ວມ, ເພີ່ມການສະໜອງເງິນອຸດໜູນເບ້ຍລ້ຽງ ນັກຮຽນ-ນັກສຶກສາ ທຸກຊັ້ນທຸກສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂບັນຫາ ການປະລະການຮຽນ ແລະ ການປັບປຸງຄຸນະພາບການຮຽນ-ການສອນ ໃນທຸກລະດັບໃຫ້ດີຂຶ້ນ. ນອກຈາກນີ້, ຍັງໄດ້ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ພ້ອມທັງ ໄດ້ປັບປຸງຄຸນະພາບ, ຄັດເລືອກຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ ແລະ ໄດ້ສົ່ງເສີມການອອກກໍາລັງກາຍ ຂອງທົ່ວປວງຊົນລາວ ລວມທັງ ເຮັດໜ້າທີ່ສົ່ງເສີມກິລາອາຊີບ ໃຫ້ຫັນເຂົ້າສູ່ລະບົບຢ່າງຕັ້ງໜ້າ ແລະ ຂະບວນກິລາລາວ ກໍໄດ້ຮັບການພັທະນາດີຂຶ້ນ ໃນການແຂ່ງຂັນກິລາສາກົນ. ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນະພາບການສຶກສາ ໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກຜົນການຮຽນ ຂອງນັກຮຽນ-ນັກສຶກສາ ໃນທຸກຊັ້ນທຸກສາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ອັນເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາມີອັນດີຂຶ້້ນ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ກໍໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.
ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ທາງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ມີການປະກອບສ່ວນທີ່ສໍາຄັນເຂົ້າ ໃນວຽກງານການພັດທະນາການສຶກສາ ໃນສົກຮຽນຜ່ານມາ.
ພີ່ນ້ອງຮ່ວມຊາດທີ່ ນັບຖື ແລະ ຮັກແພງ,
ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2025-2026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນະພາບ ການຮຽນ-ການສອນ, ສາມາດແກ້ໄຂບັນຫາຄົງຄ້າງ ໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນ ຍັງສືບຕໍ່ເພີ່ມຂຶ້ນ, ການຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງສືບຕໍ່ຫຼຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:
ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ ຕາມ 5 ຫຼັກມູນຂອງການສຶກສາ ໃນໄລຍະໃໝ່ ເປັນຕົ້ນ ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່, ປະຕິບັດຫຼັກສູດການຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮໍ່າຮຽນ, ສ້າງຄວາມເຂັ້ມແຂງໃນການບໍາລຸງຄູ ໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການຈັດການ ການຮຽນ-ການສອນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຕໍ່ວິຊາຊີບຂອງຕົນ ແລະ ພັດທະນາຕົນເອງ ດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ ໃຫ້ທັນກັບສະພາບການປ່ຽນແປງຂອງໂລກ ໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນ-ນັກສຶກສາລາວ ສາມາດນໍາທັນຄວາມທັນສະໄໝຂອງໂລກ;
ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານ ຂອງຕົນທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ ຢ່າງໜ້ອຍໃຫ້ຈົບການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປໃຫ້ນັບມື້ຫຼາຍຂຶ້ນ ໂດຍໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບໂດຍກົງ ຂອງຜູ້ປົກຄອງ ໃນໄລຍະໃໝ່ນີ້.
ສຳລັບລູກຫຼານນັກຮຽນ-ນັກສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າປະຕິບັດກົດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນຫຼ່ໍຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີ ຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີ ຂອງປະເທດຊາດ;
ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນ ຕາມພາລະບົດບາດຂອງຕົນ ປະກອບສ່ວນເຂົ້າໃນການສຶກສາອົບຮົມແນວຄິດ ໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງໝົດທຸກຄົນ ໃນທົ່ວສັງຄົມ.
ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2025-2026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານຂອງຕົນ.
ອວຍພອນໃຫ້ສົກຮຽນ 2025-2026 ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້