ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ.

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ຫງວຽນ ມິງ ເຕີ່ມ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາການນໍາພັກ-ລັດຂັ້ນສູງ, ສະພາແຫ່ງຊາດ, ຄະນະລັດຖະບານ, ສູນກາງແນວລາວສ້າງຊາດ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານລັດຖະກອນ ຈາກບັນດາກະຊວງ, ອົງການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.

ໂອກາດອັນມີຄວາມໝາຍສຳຄັນນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວປາໃສຕໍ່ພີທີ ເຊິ່ງໄດ້ຍົກໃຫ້ເຫັນການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງຫວຽດນາມນັບເເຕ່ອະດີດຈົນເຖີງປັດຈຸບັນ ໂດຍສະເພາະນໍ້າໃຈຄວາມສາມັກຄີເເບບພິເສດຂອງສອງຊາດລາວ-ຫວຽດນາມໃນການຮ່ວມສໍາພັນສູ້ຮົບຕ້ານສັດຕູໂຕດຽວກັນຈົນສາມາດຍາດໄດ້ໄຊຊະນະໄດ້ຢ່າງສົມບູນ, ໄຊຊະນະ ແລະ ຜົນງານທີ່ຍາດມາໄດ້ ເປັນການຢັ້ງຢືນຢ່າງຈະແຈ້ງເຖິງຄວາມປີຊາສາມາດ-ສະຫຼາດສ່ອງໃສ, ຄວາມຖືກຕ້ອງ, ມີຫົວຄິດປະດິດສ້າງໃນການນໍາພາ ພາລະກິດກໍ່ສ້າງສັງຄົມນິຍົມຂອງ ພັກກອມມູນິດຫວຽດນາມ, ເປັນການຢັ້ງຢືນວ່າ ຫວຽດນາມແມ່ນຊາດວິລະຊົນ, ປະຊາຊົນຫວຽດນາມແມ່ນວິລະຊົນ ໃນການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ, ໄຊຊະນະ ແລະ ຜົນງານຂອງຫວຽດນາມ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຂະຫຍາຍຄັງສາງທິດສະດີ ມາກ-ເລນິນ ແລະ ແນວຄິດໂຮ່ຈິມິນ ທັງເປັນການປຸກລະດົມຊຸກຍູ້ຢ່າງແຂງແຮງ ໃຫ້ບັນດາປະຊາຊາດ ທີ່ພວມຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຊົມເຊີຍຕໍ່ບັນດາໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 80 ປີ ໄດ້ຖືເອົາໄຊຊະນະ ແລະ ຜົນສໍາເລັດຂອງຫວຽດນາມເປັນກໍາລັງໃຈອັນແຮງກ້າ ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງລາວມາໂດຍຕະຫຼອດ ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນລາວ ຢັ້ງຢືນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ສືບຕໍ່ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຫາຍາກໃນການພົວພັນສາກົນນີ້ ໃຫ້ຈະເລີນງອກງາມຕະຫຼອດໄປ ແລະ ຖ່າຍທອດໃຫ້ແກ່ຮຸ່ນລູກຮຸ່ນຫຼານ ສືບທອດຕໍ່ໆໄປ, ສົມກັບການເສຍສະຫຼະທີ່ໃຫຍ່ຫຼວງຂອງ ບັນດາການນໍາ, ນັກຮົບປະຕິວັດ ແລະ ປະຊາຊົນຂອງສອງປະເທດ ເພື່ອໃຫ້ພວກເຮົາມີວັນນີ້

ໂອກາດດຽວກັນນີ້ ສະຫາຍ ຫງວຽນມິ່ງເຕີ່ມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ມີຄໍາເຫັນກວ່າປາໃສວ່າ: ໃນ 80 ປີທີ່ຜ່ານມາ, ປະຊາຊົນຫວຽດນາມ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຍາດເອົາໄດ້ບັນດາໄຊຊະນະອັນຍິ່ງໃຫຍ່ ນັ້ນແມ່ນໄຊຊະນະຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຜູ້ຮຸກຮານ, ເຊິ່ງຈຸດສູງແມ່ນໄຊຊະນະປະຫວັດສາດ ດ້ຽນບຽນຝູ ປີ 1954; ແມ່ນມະຫາໄຊຊະນະໃນລະດູບານໃໝ່ປີ 1975, ສໍາເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ; ແມ່ນບັນດາໄຊຊະນະໃນການປົກປັກຮັກສາປະເທດຊາດ, ປະຕິບັດຫຼ້ອນພັນທະສາກົນ. ນັ້ນແມ່ນໄຊຊະນະຂອງກິດຈະການປ່ຽນແປງໃໝ່, ດໍາເນີນການ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ສ້າງສາປະເທດຊາດກ້າວຂຶ້ນສັງຄົມນິຍົມ. ດ້ວຍບັນດາໄຊຊະນະດັ່ງກ່າວ, ຫວຽດນາມຫັນຈາກແຄວ້ນໜຶ່ງທີ່ມີລະບອບເຄິ່ງສັກດີນາເຄິ່ງຫົວເມືອງຂຶ້ນ ແລະ ຖືກຕັດແບ່ງ ກາຍເປັນປະເທດເອກະລາດ, ເສລີພາບ, ເອກະພາບ ແລະ ພັດທະນາຕາມເສັ້ນທາງສັງຄົມນິຍົມ ເເລະ ປະຊາຊົນຫວຽດນາມໄດ້ກາຍມາເປັນເຈົ້າຂອງປະເທດຊາດຢ່າງເເທ້ຈິງ ແຕ່ລະໄຊຊະນະ ແລະ ຜົນງານທີ່ປະຊາຊົນຫວຽດນາມຍາດມາໄດ້ໃນຕະຫຼອດໄລຍະ 80 ປີທີ່ຜ່ານມາ, ລ້ວນແລ້ວແຕ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າຂອງ ເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ສຸດ, ຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໂດຍມີຊາຕາກຳປະຫວັດສາດຄືກັນ, ຮ່ວມສາຍພູຫຼວງ, ຮ່ວມດື່ມນໍ້າຈາກແມ່ນໍ້າຂອງນໍາກັນ, ສອງຊາດຫວຽດນາມ-ລາວ ຍາມໃດກໍຄຽງບ່າຄຽງໄຫຼ່ກັນເຂົ້າຮ່ວມໃນພາລະກິດ ການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນໃຫ້ຈະເລີນຮຸ່ງເຮືອງ.

ໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດສັງຄົມນິຍົມຫວຽດນາມວັນທີ 2 ກັນຍາຄົບຮອບ 80 ປີໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະເເດງສິນລະປະວັນນະຄະດີທີ່ມີລັກສະນະສ່ອງເເສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີເເບບພິເສດ ເເລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ຕື່ມອີກ.

ໂດຍ: ສຸກສາຄອນ