ໜ່ວຍພັກ ໜັງສືພິມກອງທັບ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ XI


ກອງບັນນາທິການ ໜັງສືພິມກອງທັບ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ XI ໃນວັນທີ 2 ສິງຫາ 2024ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກ ກົມໃຫຍ່ການເມືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ວັນເຮືອງ ສີວິໄລ ເລຂາໜ່ວຍພັກ, ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ ແລະ ສໍາຮອງທົ່ວກອງບັນນາທິການໜັງສືພິມກອງທັບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ວັນເຮືອງ ສີວິໄລ ໄດ້ຜ່ານບົດລາຍງານກນເມືອງທັງສອງ ເຊິ່ງໄດ້ຍົກໃຫ້ເຫັນໃນການ ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ສະມາຊິກພັກຄັ້ງທີ X ຂອງໜ່ວຍພັກໜັງສືພິມກອງທັບ ໃນຊຸມປີຜ່ານມາ ຄະນະໜ່ວຍພັກ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຫັນແນວທາງນະໂຍບາຍມະຕິຄຳສັ່ງຂອງພັກ ໃນແຕ່ລະໄລຍະ ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ໃຫ້ເປັນແຜນການອັນລະອຽດ ແລະ ແທດເໝາະກັບໜ້າທີ່ການເມືອງຂອງກົມກອງ ເຊິ່ງສະແດງ ອອກດ້ານການນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໄດ້ເອົາໃຈໃສ່ຊີ້ນຳການຜະລິດໜັງສືພິມອອກຈຳໜ່າຍ, ໃນ 5 ປີຜ່ານມາ ໄດ້ຜະລິດໜັງສືພິມທັງໝົດ 253 ເທື່ອ, ມີ 720.262 ສະບັບ, ສະໜອງຂ່າວ 20.268 ຂ່າວ, ບົດ 3.369 ບົດ ແລະ ຮູບພາບ 10.368 ຮູບ, ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ປັບປຸງພັດທະນາ ເນື້ອໃນໜັງສືພິມໃຫ້ນັບມື້ມີ ຄວາມ ອຸດົມສົມບູນ, ຄົມແຫຼມ, ຫຼາກຫຼາຍສີສັນ ແລະ ທັນສະໄໝ ເພື່ອດຶງດູດຜູ້ອ່ານ ທັງຮັບໃຊ້ໄດ້ ໜ້າທີ່ການເມືອງໃນການເປັນກະບອກສຽງຂອງຄະນະພັກ ແລະ ກະຊວງປ້ອງກັນປະເທດ, ຮັບປະກັນການໂຄສະນາໄປຕາມ ທິດຊີ້ນຳຂອງພັກ-ລັດ, ປະກອບ ສ່ວນອັນສໍາຄັນເຂົ້າໃນການປຸກລະດົມຊຸກຍູ້ການປະຕິບັດ 2 ໜ້າ ທີ່ຍຸດທະສາດຂອງພັກ. ພ້ອມນີ້ໃນກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕເພື່ອປ່ອນບັດຄັດ ເລືອກເອົາຄະນະໜ່ວຍພັກຊຸດໃໝ່, ໃນນີ້ໄດ້ເຫັນດີເປັນເອກະສັນ ເລືອກເອົາສະຫາຍ ພັນໂທ ວັນເຮືອງ ສີວິໄລ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ອາໄພ ອະໄພຍະວົງເປັນຮອງເລຂາ, ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ເປັນປະທານກວດກາ, ສະຫາຍ ພັນໂທ ສິດທິພອນຫຼ້າບຸນມີ ເປັນຄະນະ, ສະຫາຍ ພັນຕີ ວັນໄຊ ໄຊສະຫວັດ ເປັນຄະນະ.
ໂອກາດນີ້ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍ່ໄດ້ມີຄຳຄິດເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ ໜັງສືພິມກອງທັບຕ້ອງເພີ່ມທະວີບົດບາດການຊີ້ ນຳ-ນຳພາວຽກງານວິຊາສະເພາະໃຫ້ມີ ຄວາມຮັບປະກັນ, ກາຍເປັນພາຫະນະອັນແຫຼມຄົມໃນສະໜາມຮົບ ກໍຄືເປັນກະບອກສຽງໃຫ້ແກ່ຄະນະພັກກະຊວງປ້ອງກັນປະເທດ ໃນການເຜີຍແຜ່ແນວ ທາງນະໂຍບາຍຂອງພັກ-ລັດ, ມະຕິຄຳສັ່ງຂອງຂັ້ນເທິງອອກ ສູ່ສັງຄົມໃຫ້ຖືກຕ້ອງວ່ອງໄວ ຮັບປະກັນ ແລະ ທັນສະໄໝ, ພ້ອມທັງ ສ້າງທຸກເງື່ອນໄຂເພື່ອຍົກລະດັບພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຊຳນິຊຳນານໃນໜ້າທີ່ວຽກວິຊາສະເພາະສາມາດເຮັດສຳເລັດໜ້າທີ່ໃນການຜະລິດໜັງສືພິມໃຫ້ມີຄຸນນະພາບສູງເປັນທີ່ນິຍົມຂອງສັງຄົມ.
ໂດຍ: ລີຕ່າ