ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານປກຊ-ປກສ ຢູ່ແຂວງບໍລິຄຳໄຊ





ວັນທີ 11 ກຸມພາ 2026, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງບໍລິຄຳໄຊ, ມີ ສະຫາຍ ປອ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານພັກແຂວງ ບໍລິຄຳໄຊ, ມີ ບັນດາຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຕາງໜ້າຄະນະພັກແຂວງໄດ້ລາຍງານການກະກຽມຈັດຕັ້ງຫົວໜ່ວຍປ່ອນບັດເລືອກຕັ້ງໂດຍຖືເອົາບ້ານ, ກົມກອງໃນກຳລັງປະກອບອາວຸດເປັນຫົວໜ່ວຍປ່ອນບັດເລືອກຕັ້ງ ແລະ ຂື້ນບັນຊີຜູ້ມີສິດເລືອກຕັ້ງຕາມລະບຽບການ, ທົ່ວແຂວງບໍລິຄຳໄຊ ມີ 208 ໜ່ວຍປ່ອນບັດ,ປະກອບມີ 7 ເມືອງຄື: ເມືອງປາກຊັນ ມີ 34 ໜ່ວຍ, ເມືອງບໍລິຄັນ ມີ 45 ໜ່ວຍ, ເມືອງທ່າພະບາດ ມີ 22 ໜ່ວຍ, ເມືອງປາກກະດິງ ມີ 28 ໜ່ວຍ, ເມືອງວຽງທອງ ມີ 30 ໜ່ວຍ, ເມືອງຄຳເກີດ ມີ 40 ໜ່ວຍ, ເມືອງໄຊຈຳພອນ ມີ 9 ໜ່ວຍ, ແຂວງບໍລິຄຳໄຊ ມີປະຊາກອນທັງໝົດ 328.779 ຄົນ ມາຈາກທ້ອງຖີ່ນອື່ນ 3.942 ຄົນ, ຜູ້ມີສິດປ່ອນບັດຕົວຈິງມີ 183,250 ຄົນ, ຍິງ 88,529 ຄົນ.
ເປົ້າໝາຍຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 11, ແຂວງບໍລິຄຳໄຊ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ສະຫາຍ, ຍິງ 2 ສະຫາຍ, ສຳລັບຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ມີ 49 ສະຫາຍ, ຍິງ 15 ສະຫາຍ.
ປັດຈຸບັນແຂວງບໍລິຄຳໄຊ ແມ່ນມີຄວາມພ້ອມທາງດ້ານອຸປະກອນຮັບໃຊ້, ບັດລົງຄະແນນສຽງ, ໂພສເຕີ້ ຜູ້ຮັບສະໝັກເລືອກຕັ້ງ ສສຊ ແລະ ສສຂ ແຈກຢາຍໃຫ້ບັນດາເມືອງຢ່າງຄົບຖ້ວນ, ພ້ອມທັງໂຄສະນາຫາສຽງຢູ່ບັນດາເມືອງ ແລະ ບ້ານຢ່າງເປັນຂະບວນຟົດຟື້ນ.
ສຳລັບຜູ້ມີສິປ່ອນບັດເລືອກຕັ້ງເປັນຕົ້ນແມ່ນກຳລັງປ້ອງກັນຊາດ ແລະ ກຳລັງປ້ອງກັນຄວາມສະຫງົບແມ່ນຈະເລີ່ມປ່ອນແຕ່ວັນທີ 12-16 ກຸມພາ 2026 ນີ້ ໃຫ້ສຳເລັດກ່ອນມື້ເລືອກຕັ້ງຢ່າງເປັນທາງການ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖີງນີ້.
ໂອກາດນີ້ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ທີ່ພ້ອມກັນສຸມໃສ່ວຽກງານດັ່ງກ່າວ ພ້ອມທັງເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນເອົາໃຈໃສ່ປຸກລະດົມປະຊາຊົນທົ່ວແຂວງ ພ້ອມກັນໄປໃຊ້ສິດເລືອກຕັ້ງໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນ, ພ້ອມທັງເປັນເຈົ້າການກຳແໜ້ນສະພາບໃນຂອບເຂດຂອງຕົນຮັບຜິດຊອບ, ເພີ່ມທະວີວຽກງານ ປກຊ- ປກສ ສຸມທຸກກຳລັງປ້ອງກັນເວນຍາມ ເພື່ອຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ດ້ານຕ່າງໆ ໂດຍປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອຮັບປະກັນສະພາບມີຄວາມສະຫງົບຢ່າງໜັກແໜ້ນ.
ຈາກນັ້ນ, ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ນຳເອົາເຄື່ອງຈຳນວນໜື່ງມາມອບໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊ ຕື່ມອີກ, ໂດຍການກ່າວຮັບຂອງ ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ພ້ອມທັງລົງເຄື່ອນໄຫວຕິດຕາມ, ກວດກາ ຈຸດບ່ອນບັດເລືອກຕັ້ງ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ເພື່ອຮັບປະກັນໃຫ້ແກ່ການປ່ອນບັດເລືອກຕັ້ງ ຄັ້ງນີ້, ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດ ຕາມຈຸດປະສົງ, ລະດັບຄາດໝາຍທີ່ກຳນົດໄວ້.
ພາບ-ຂ່າວ: ຮ.ອ ມິກກີ້ ແກ້ວສຸວັນ